ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ສຸມ​ໃສ່​ປະ​ຕິ​ບັດ​ບັນ​ດາ​ຍຸດ​ທະ​ສາດ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ

(VOVWORLD) - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ປີ 2025 ແມ່ນປີພິເສດສຳລັບຄະນະພັກລັດຖະບານ, ເປັນຄັ້ງທຳອິດຄະນະພັກລັດຖະບານໄດ້ສ້າງຕັ້ງ, ບູລະນະ, ເຂົ້າເຄື່ອນໄຫວ. 
ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ສຸມ​ໃສ່​ປະ​ຕິ​ບັດ​ບັນ​ດາ​ຍຸດ​ທະ​ສາດ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 11 ມັງກອນ, ຢູ່ສຳນັກງານລັດຖະບານ ຢູ່ນະຄອນຫຼວງ ຮ່າໂນ້ຍ, ອົງຄະນະພັກລັດຖະບານໄດ້ຈັດກອງປະຊຸມສະຫຼຸບວຽກງານປີ 2025, ຜັນຂະຫຍາຍທິດທາງ, ໜ້າທີ່ປີ 2026. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເລຂາອົງຄະນະພັກເປັນປະທານ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ປີ 2025 ແມ່ນປີພິເສດສຳລັບຄະນະພັກລັດຖະບານ, ເປັນຄັ້ງທຳອິດຄະນະພັກລັດຖະບານໄດ້ສ້າງຕັ້ງ, ບູລະນະ, ເຂົ້າເຄື່ອນໄຫວ. ເລື່ອງສ້າງຕັ້ງຄະນະພັກລັດຖະບານແມ່ນບາດກ້າວປ່ຽນແປງໃໝ່ໃນວິທີການນຳພາຂອງພັກຕໍ່ລັດຖະບານ, ເພີ່ມທະວີການຊີ້ນຳນຳພາຢ່າງຮອບດ້ານ, ໂດຍກົງຂອງພັກ ຕໍ່ວຽກງານຄຸ້ມຄອງ, ບໍລິຫານຂອງລັດຖະບານ.

ກ່ຽວກັບທິດທາງ, ໜ້າທີ່ປີນີ້, ອົງຄະນະພັກລັດຖະບານຈະສູ້ຊົນນຳການເຕີບໂຕ GDP ບັນລຸລະດັບ ຂຶ້ນໄປ, GDP ສະເລ່ຍຕໍ່ຫົວຄົນບັນລຸລະດັບ 5.400 - 5.500 USD. ພ້ອມກັນນັ້ນ, ປີນີ້ຈະກຳນົດຮູບແບບການເຕີບໂຕໃໝ່, ສ້າງໂຄງປະກອຍພື້ນຖານເສດຖະກິດຄືນໃໝ່, ຍູ້ແຮງການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ, ຖືວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນເປັນກຳລັງໜູນຫຼັກ.

ເພື່ອປະຄິບັດບັນດາເປົ້າໝາຍນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງປີ 2026 ນີ້ຕ້ອງສຸມໃສ່ສ້າງປະຕິບັດ 5 ຍຸດທະສາດ: ສ້າງລະບອບລະບຽບການຍຸດທະສາດສຳເລັດ, ລະດົມແຫຼ່ງກຳລັງຍຸດທະສາດ, ລົງທຶນໃຫ້ພື້ນຖານໂຄງລ່າງຍຸດທະສາດ, ພັດທະນາເຕັກໂນໂລຢີຍຸດທະສາດ ແລະ ສ້າງຄວາມດຸນດ່ຽງຍຸດທະສາດ.

ຕອບກັບ

ຂ່າວ/ບົດ​ອື່ນ