ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມພິທີເປີດສະຫຼອງ ໂຮງໝໍ K ຮາກຖານ Tan Trieu

ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມພິທີເປີດສະຫຼອງ ໂຮງໝໍ K ຮາກຖານ Tan Trieu - ảnh 1
ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ເຂົ້າ​ຮ່ວມ​ພິທີ​ເປີດ​ສະຫຼອງໂຮງໝໍ K
( ພາບ: chinhphu.vn )

(vovworld) -     ຕອນ​ເຊົ້າ​ວັນ​ທີ 19/8, ຢູ່​ທີ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ​ສະຫຼອງໂຮງໝໍ K ຮາກ​ຖານ Tan Trieu (​ໄລຍະ 1) ດ້ວຍ​ຂອບ​ຂະໜາດ 300 ຕຽງ. ໂຮ​ງໝໍ K ຮາກ​ຖານ Tan Trieu ຖືກນຳ​ເຂົ້າ​​ເຄື່ອນ​ໄຫວ ຈະ​ມີ​ຄວາມ​ໝາຍ​ອັນ​ແທດ​ຈິງ ປະກອບສ່ວນ​ຍົກ​ສູງ​ຄວາມ​ສາມາດ​ ​ແລະ ​ແກ້​ໄຂ​ບັນຫາ​ເກີນ​ຄວາມ​ສາມາດ​ໃນ​ການ​ກວດ ​ແລະ ປິ່ນປົວ​ພະຍາດ​​ໂລກມະ​ເຮັງ​ຢູ່​ຫວຽດນາມ ​ເວົ້າ​ລວມ ​ແລະ ​ເຂດ​ພາກ​ເໜືອ​ເວົ້າ​ສະ​ເພາະ. ທ່ານ​ນາ​ຍົກລັດຖະມົນຕີ​ກໍ​ຮຽກຮ້ອງ​ໃຫ້​ກະຊວງ​ສາທາລະນະ​ສຸກ ສືບ​ຕໍ່​ຊີ້​ນຳ​ຍົກ​ສູງ​ຄວາມ​ສາມາດ​ໃນ​ການກວດ ​ແລະ ປິ່ນປົວ​ພະຍາດ​​ໂລກມະ​ເຮັງ​ຢູ່​ບັນດາ​ໂຮງໝໍ, ​ໂດຍ​ສະ​ເພາະ​ແມ່ນ​ໂຮງໝໍສູງ​ກາງ ​ແລະ ​ໂຮງໝໍແຂວງ; ສູ​ມ​ໃສ່​ຊີ້​ນຳ​ການ​ລົງທຶນ​ກໍ່ສ້າງຍົກ​ສູງ​ລະດັບໂຮງໝໍ​ຕາມ​ບັນດາ​ແຜນ​ຮ່າງ ​ແລະ ​ແຜນ​ສັງ​ລວມກ່ຽວ​ກັບ​ການພັ​ດທະນະ​ໂຮງ​ໝໍ​ກວດ​ປິ່ນປົວ​ພະຍາດທີ່​ໄດ້​ຮັບ​ການ​ອະນຸມັດຜ່ານ.



ຂ່າວ/ບົດ​ອື່ນ