ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Hunsen ຊີ້ນຳໂດຍກົງການກູ້ໄພກູ້ຊີບໃນເຫດອາຄານ7ຊັ້ນຖືກພັງທະລາຍ

(VOVWORLD) -ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Hunsen ໄດ້ມາຊີ້ນຳໂດຍກົງການກູ້ໄພກູ້ຊີບຜູ້ຖືກຕິດຄ້າງໃນອາຄານ 7 ຊັ້ນຖືກພັງທະລາຍຢູ່ ນະຄອນ ແກບ ທາງທິດໃຕ້ ກຳປູເຈຍ.
ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Hunsen ຊີ້ນຳໂດຍກົງການກູ້ໄພກູ້ຊີບໃນເຫດອາຄານ7ຊັ້ນຖືກພັງທະລາຍ - ảnh 1ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Hunsen ຊີ້ນຳໂດຍກົງການກູ້ໄພກູ້ຊີບໃນເຫດອາຄານ7ຊັ້ນຖືກພັງທະລາຍ 

ເວລາ 16ໂມງ 30 ນາທີ ຂອງວັນທີ 3 ມັງກອນ ຢູ່ ນະຄອນ ດັ່ງກ່າວ ອາຄານ 7 ຊັ້ນພວມໃນການກໍ່ສ້າງສຳເລັດ ໄດ້ຖືກພັງທະລາຍເຮັດໃຫ້ນັບສີບໆຄົນຖືກທັບຖົມ.

ປະຈຸບັນ ກຳລັງກູ້ໄພກູ້ຊີບ ພວມຮີບເຮັ່ງຊອກຫາ ແລະ ກູ້ໄພກູ້ຊີບຜູ້ປະສົບເຄາະຮ້າຍ. ໄລ່ຮອດຕອນເຊົ້າວັນທີ 4 ມັງກອນ ກຳລັງກູ້ໄພກູ້ຊີບຊອກໄດ້ຜູ້ປະສົບເຄາະຮ້າຍໄດ້ 25 ຄົນ, ໃນນັ້ນ ມີ 7 ຄົນຖືກເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ