ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຜູ້ອຳນວຍການໃຫຍ່ກຸ່ມບໍລິສັດIndochinaCapital

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຜູ້ອຳນວຍການໃຫຍ່ກຸ່ມບໍລິສັດIndochinaCapital	 - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ແລະ ​ຜູ້ອຳນວຍການ​ໃຫຍ່
​ກຸ່ມ​ບໍລິສັດ Indochina Capital ທ່ານ P.R.Rai – do
(ພາບ: TTXVN)

(vovworld) – ​ ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ​ຜູ້ອຳນວຍການ​ໃຫຍ່​ກຸ່ມ​ບໍລິສັດ Indochina Capital ທ່ານ P.R.Rai – do ​ໃນ​ຕອນ​ບ່າຍ​ວັນ​ທີ 08/09 ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ: ກອງ​ທຶນ Indochina Capotal ສືບ​ຕໍ່​ເປີດ​ກ້ວາງ, ​ດຳ​ເນີນ​ທຸລະ​ກິດ​ສຳ​ເລັດ​ຜົນ​ຢູ່ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ​ໃຫ້​ຮູ້​ວ່າ: ​ເສດ​ຖະກິດ​ມະຫາ​ພາກ ຫວຽດນາມ ພວມ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ​ທີ່​ສຸດ. ລັດຖະບານ ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ສ້າງ​ທຸກ​ເງື່ອນ​ໄຂ​ໃຫ້​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ສະດວກ​ຢູ່ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີຖືວ່າ: ອະ​ສັງຫາ​ລິ​ມະ​ຊັບ ພວມ​ມີ​ບົດ​ບາດ​ລົງທຶນ​ສຳຄັນ​ຢູ່ ຫວຽດນາມ, ພິ​ເສດ​ແມ່ນ​ອະສັງຫາລິມະ​ຊັບພັກຜ່ອນ​ບຳລຸງ​ສຸ​ຂະ​ພາບ. ​ໃນ​ຮອບ 5 ປີ​ຈະ​ມາ​ເຖິງ, ຫວຽດນາມ ມານະ​ພະຍາຍາມ​ເພີ່ມ​ຈຳນວນແຂກ​ທ່ອງ​ທ່ຽວ​ສາກົນຂຶ້ນ​ຕື່ມ​ທົບ 2 ​ເທົ່າ, ຖື​ນີ້​ແມ່ນ ຂະ​ແໜງ​ປາຍ​ແຫຼ​ມຂອງເສດຖະກິດ​ປະ​ເທດຊາດ, ດັ່ງ​ນັ້ນ ຄວາມ​ຮຽກຮ້ອງ​ຕ້ອງການ​ກ່ຽວ​ກັບ​ໂຮງ​ແຮມ ​ແລະ ​ເຂດ​ພັກ​ຜ່ອນ​ບຳລຸງ​ສຸຂະພາບ​ຈະ​ເພີ່ມ​ແຮງ. ທ່ານ​ນາຍົກລັດຖະມົນຕີ ກໍ່​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ຈະ​ສ້າງ​ກາລະ​ໂອກາດ​ສຳ​ເລັດ​ຜົນ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ​ເວົ້າ​ລວມ ກໍ່​ຄື ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ເວົ້າ​ສະ​ເພາະ. ສວ່ນທ່ານ P.R.Rai – do ​ໃຫ້​ຮູ້ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, Indochina Capotal ຈະ​ເປີດ​ກ້ວາງ​ການ​ລົງທຶນ, ຮ່ວມ​ທຸລະ​ກິດ​ກັບ​ບາງ​ກຸ່ມ​ບໍລິສັດ​ຕ່າງປະ​ເທດ ​ເພື່ອ​ກໍ່ສ້າງ​​ໂຮງ​ແຮ​ມຫລາຍ​ແຫ່ງຢູ່​ບັນດາ​ນະຄອນ​ໃຫຍ່​ຂອງ ຫວຽດ​ນາມ.


ຂ່າວ/ບົດ​ອື່ນ