ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຫົວຫນ້າຄະນະຄົ້ນຄ້ວານະໂຍບາຍຂອງພັກLDPຍີ່ປຸ່ນ

(VOVWORLD) -ຕອນບ່າຍວັນທີ 4 ພຶດສະພາຢູ່ ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Fumio Kishida, ຫົວຫນ້າຄະນະຄົ້ນຄ້ວານະໂຍບາຍຂອງພັກ LDP ກຳອຳນາດ ຍີ່ປຸ່ນ. 

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຫົວຫນ້າຄະນະຄົ້ນຄ້ວານະໂຍບາຍຂອງພັກLDPຍີ່ປຸ່ນ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບທ່ານFumio Kishida ຫົວຫນ້າຄະນະຄົ້ນຄ້ວານະໂຍບາຍຂອງພັກLDPຍີ່ປຸ່ນ

ພາບ:chinhphu.vn

ນະທີ່ນີ້ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນ: ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດ ກັບຍີ່ປຸ່ນ ຢ່າງເລິກເຊິ່ງກວ້າງຂວາງ, ຖືຍີ່ປຸ່ນແມ່ນຄູ່ຮ່ວມມືສຳຄັນແຖວຫນ້າ ແລະ ຍາວນານ. ທ່ານນາຍົກລັດຖະມົນຕີສະເຫນີ ສອງຝ່າຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຜ່ານການເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ ເປັນຕົ້ນແມ່ນຂັ້ນສູງ. ສອງຝ່າຍສົມທົບກັນຢ່າງແຫນ້ນແຟ້ນຈັດຕັ້ງບັນດາການເຄື່ອນໄຫວສະເຫລີມສະຫລອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2018. ທ່ານນາຍົກລັດຖະມົນຕີ ປາດຖະຫນາຢາກໃຫ້ຍີ່ປຸ່ນສືບຕໍ່ເພີ່ມທະວີການລົງທຶນເຂົ້າຫວຽດນາມໃນຫລາຍຂົງເຂດ. ສ່ວນທ່ານ Fumio Kishida ໃຫ້ຮູ້ວ່າ: ຍີ່ປຸ່ນ ປາດຖະຫນາຢາກປະກອບສ່ວນເຂົ້າໃນການພັດທະນາພື້ນຖານໂຄງລ່າງຢູ່ຫວຽດນາມ, ໃນນັ້ນ ມີບັນດາໂຄງການກໍ່ສ້າງເສັ້ນທາງລົດໄຟຕົວເມືອງຢູ່ ຮ່າໂນ້ຍ, ນະຄອນ ໂຮ່ຈິມີນ. ບັນດາວິສາຫະກິດ ຍີ່ປຸ່ນ ປະຈຸບັນ ມີຄວາມສົນໃຈລົງທຶນເຂົ້າຫວຽດນາມ, ຜ່ານນັ້ນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ