ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກຢູ່ແຂວງດ້ຽນບຽນ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກຢູ່ແຂວງດ້ຽນບຽນ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ເຮັດວຽກຢູ່ແຂວງດ້ຽນບຽນ

(vovworld) - ​ ຕອນ​ບ່າຍ​ວັນ​ທີ 30/09, ພາຍຫລັງ​​ໄປຮອດນະຄອນ ດ້ຽນບຽນ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງດີງຢຸງ ​ໄດ້​ລົງສຳ​ຫລວດ​, ກຳ​ເອົາ​ສະພາບ​ການ, ​ໂອ້​ລົ​ມ ​ແລະ ມອບ​ຂອງຂວັນ​ໃຫ້​ພໍ່​ແມ່​ປະຊາຊົນຢູ່​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​​ໃນໂຄງການ​ເຂື່ອນ​ໄຟຟ້າ ​ເຊີນ​ລາ ຢູ່ຕາ​ແສງ ໜອງ​ບົວ, ນະຄອນ ດ້ຽນບຽນ ​ແຂວງ ດຽນບຽນ. ທ່ານ​ນາຍົກລັດຖະມົນຕີ ຕີ​ລາຄາ​ສູງ​ເລື່ອງ​ພໍ່​ແມ່​ປະຊາຊົນ​ໄດ້​ສະໜັບ​ສະ​ໜູນ, ​ໂອນ​ດິນ​ເພື່ອນ​ຮັບ​ໃຊ້​ໂຄງ​ການ​ເຂື່ອນ​ໄຟຟ້າ​ແຫ່ງ​ຊາດ. ທ່ານ​ນາຍົກລັດຖະມົນຕີ ຍ້ອງຍໍ​ຄະນະ​ພັກ​ແຂວງ, ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ຢູ່​ທ້ອງ​ຖິ່ນ ​ໄດ້​ຈັດ​ຕັ້ງ​ຊີວິດ​ການ​​ເປັນ​ຢູ່​ເປັນ​ປົກກະຕິ​ໂດຍ​ໄວ, ສ້າງ​ເງື່ອນ​ໄຂ​ໃຫ້​ພໍ່​ແມ່​ປະຊາຊົນ​ໄດ້ຫັນປ່ຽນ​ວຽກ​ເຮັດ​ງານ​ທຳ, ບຳລຸງ​ສ້າງ​ອາຊີບ, ໜູນ​ຊ່ວຍ​ພັດທະນາ​ເສດຖະກິດ​ຄອບຄົວ. ທ່ານ​ນາຍົກລັດຖະມົນຕີ ປາດ​ຖະໜາ​ວ່າ: ພໍ່​ແມ່​ປະຊາຊົນ​ເສີມ​ຂະຫຍາຍ​ມູນ​ເຊື້ອ, ສາມັກຄີ​ສ້າງ​ບ້ານ​ເກີດ​ເມືອງນອນ​ໃໝ່, ​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ບຸລິມະສິດ​ຕໍ່ການ​ຮ່ຳຮຽນ​ຂອງ​ລູກ​ຫຼານ ​ເພື່ອ​ກາຍ​ເປັນ​ຄົນ​ດີທີ່​ມີ​ປະ​ໂຫຍ​ດ, ປະກອບ​ກຳລັງ​ແຮງ, ພູມ​ປັນຍາ​ສ້າງ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ. ທ່ານ​ນາຍົກລັດຖະມົນຕີ ກໍ່ສະ​ເໜີ​ພໍ່​ແມ່​ປະຊາຊົນ​ຕັ້ງໜ້າ​ຫັນປ່ຽນ​ອາຊີບ ຕາມ​ທິດ​ນຳ​ມາ​ໃຫ້​ປະສິດທິ​ຜົນ​ເສດຖະກິດ​ສູງ​ກ່ວາ; ຮັກ​ສາ, ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈສາມັກຄີ, ອຸ້ມ​ຊູ​ຊ່ວຍ​ເຫຼືອ, ສະໜິດ​ຕິດ​ພັນແລະ ພ້ອມ​ກັນ​ເຂົ້າ​ຮ່ວມ​ການ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍສັງຄົມ, ຮັກສາ​ຄວາມ​ສະຫງົບ​ສຸກ​​ໃນ​ການ​ດຳລົງຊີວິດ​.

 

 

 

ຂ່າວ/ບົດ​ອື່ນ