ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງເຈລະຈາກັບທ່ານນາງນາຍົກລັດຖະມົນຕີນອກແວ

ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງເຈລະຈາກັບທ່ານນາງນາຍົກລັດຖະມົນຕີນອກແວ - ảnh 1
ທ່ານ​​ນາງນາ​ຍົກ​ລັດ​ຖະ​ມົນ ນອກ​ແວ Erna Solberg ແລະ​ ທ່ານ​
ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູງ
(ພາບ: Nhật Bắc)

(vovworld)-​ ໂດຍ​ໄດ​້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູງ, ທ່ານ​​ນາງນາ​ຍົກ​ລັດ​ຖະ​ມົນ ນອກ​ແວ Erna Solberg ​ໄດ້​ມາ​ຢ້ຽມ​ຢາມ ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 16-18/4. ​ທີ່​ການ​ເຈ​ລະ​ຈາ ພາຍ​ຫລັງ​ພິ​ທີ​ຕ້ອນ​ຮັບ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 17/4, ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຢືນ​ຢັນ: ຍາມ​ໃດ​ຫວຽດ​ນາມ​ກໍ​ຖື​ເປັນ​ສຳ​ຄັນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ​, ໃນ​ນັ້ນ ມີ ນອກ​ແວ ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມ​ຢາມ​ຈະ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃຫມ່.

ເມື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ການ​ພົວ​ພັນ​ສອງ​ຝ່າຍ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ສອງ​ທ່ານ​ຖື​ວ່າ ສອງ​ປະ​ເທດ​ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ທ່າ​ແຮງ​ຫລາຍ​ຢ່າງ​ເພື່ອ​ເປີດກວ້າງ​ການ​ຮ​່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ເຫັນ​ດີ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ສືບ​ຕໍ່​ຜັນ​ຂະ​ຫຍາຍ​ກົນ​ໄກ​ເຈ​ລະ​ຈາ​ກ່ຽວ​ກັບ​ດ້ານ​ການ​ເມືອງ​ທີ່​ມີ​ຢູ່​ແລ້ວ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ແລະ​ນັກ​ລົງ​ທຶນ​ສອງ​ປະ​ເທດ ພົບ​ປະ, ຊອກ​ຮູ້​ຕະ​ຫລາດ. ສອງ​ຝ່າຍ​ເຫັນ​ດີ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ​ຫວຽດ​ນາມ ແລະ ກຸ່ມ​ການ​ຄ້າ​ເສ​ລີ ເອີ​ລົບ ໃຫ​້​ສຳ​ເລັດ​ໃນ​ປີ 2015, ເປີດກ​້​ວາງ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ສອງ​ຝ່າຍ​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ສ​ຳ​ພັນ​ບຳ​ລຸງ​ສ້າງ​ລະ​ຫວ່າງ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ ແລະ ສູນ​ຄົ້ນ​ຄ້​ວາ​ສອງ​ປະ​ເທດ ພ້ອມ​ທັງ​ຊຸກ​ຍູ້​ການ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ.

2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ ແລະ ອົງ​ການ​ສາ​ກົນ. ຫວຽດ​ນາມ ຊົມ​ເຊີຍ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ນ​ອກ​ແວ ໃນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ອາ​ຊຽນ ໃນ​ໄລ​ຍະ​ມໍ່ໆ​ມານີ້ ແລະ ປາດ​ຖະ​ໜາ​ວ່າ 2 ຝ່າຍ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື​່ອນ​ໄຫວ​ຮ່ວມ​ມື​ຢ່າງ​ລະ​ອຽດ​ໂດຍ​ໄວ, ພິ​ເສດ​ແມ່ນ​ບັນ​ດາ​ຂົງ​ເຂດເຊິ່ງ ນ​ອກ​ແວ ມີ​ທ່າ​ແຮງ ແລະ ແມ່ນ​ບຸ​ລິ​ມະ​ສິດ​ຂອງ ອາ​ຊຽນ.

        ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ ໄດ້​ແລກ​ປ່ຽນ​ກ່ຽວກ​ັບ​ບາງ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານກໍ່​ແບ​ງ​ປັນ​ຄວາມ​ວິ​ຕົກ​ວັງ​ວົນ​ກ່ຽວ​ກັບ​ການ​ຜັນ​ແປ​ໄລ​ຍະ​ມໍ່ໆ​ມານີ້, ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້​ອງ​ແກ້​ໄຂ​ບັນ​ດາ​ຄວາມ​ຂັດ​ແຍ້ງ​ກັນ​ດ້ວຍ​ມາດ​ຕະ​ການ​ສັນ​ຕິ​ພາບ, ເໝາະ​ສົມ​ກັບ​ກົດ​ໝາຍ​ສາ​ກົນ, ກົດ​ບັດ ສ​ປ​ຊ ແລ​ະ ພິ​ເສດ​ແມ່ນ​ສົນ​ທິ​ສັນ​ຍາ​ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ກໍ່​ຄື​ເລື່ອ​ງ​ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ​ຕ້ອງ​ຕົກ​ລົງ​ປະ​ມວນ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປະ​ພຶດ (COC).

        ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນອກ​ແວ ໄດ້​ເຂົ້າ​ຢ້ຽ​ມ​ຂ່ຳ​ນັບ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮ​ູ່ງ ແລະ ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ “ຈາກ​ບັນ​ດາ​ຈຸດ​ໝາຍ​ສະ​ຫັດ​ສະ​ວັດ (MDGs) ເຖິງ​ບັນ​ດາ​ຈຸດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ (SDGs): ສືບ​ທອດ​ຜົນ​ງານ​ຂອງ ຫວຽດ​ນາມ ໃຫ້​ໂຄງ​ການ​ດຳ​ເນີນ​ງານ​ພັດ​ທະ​ນາຫຼັງ​ປີ 2015”.


ຂ່າວ/ບົດ​ອື່ນ