ທ່ານນາຍົກລັດຖະມົນຕີຫຼີເຄີຊຽນຢ້ຽມຢາມລັດເຊຍ

ທ່ານນາຍົກລັດຖະມົນຕີຫຼີເຄີຊຽນຢ້ຽມຢາມລັດເຊຍ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຈີນ ຫຼີ​ເຄີ​ຊຽນ
(ພາບ: TTXVN)

(vovworld) - ວັນ​ທີ 06/11 ທ່ານ​ນາຍົກລັດຖະມົນຕີ ຈີນ ຫຼີ​ເຄີ​ຊຽນ ​ເດີ​ນທາງ​ມາ ລັດ​ເຊຍ, ​ເລີ່ມຕົ້ນ​ການ​ຢ້ຽມຢາມ​ສະຫະພັນ​ ລັດ​ເຊຍ ຢ່າງ​ເປັນ​ທາງ​ການ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ນາຍົກລັດຖະມົນຕີປະຈຳ​ໄລຍະ​ຄັ້ງ​ທີ 21 ລະຫວ່າງ ລັດ​ເຊຍ ​ແລະ ຈີນ. ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫຼີ​ເຄີ​ຊຽນ ​ແລະ ຄູ່​ຕຳ​ແໜ່​ງ ລັດ​ເຊຍ Dmitry Medvedev ຈະ​ປຶກສາ​ຫາລື​ບັນດາ​ບັນ​ຫາ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ຄາດຄະ​ເນ​ວ່າ 2 ຝ່າຍ​ຈະ​ລົງ​ນາມ​ໃນ​ບັນດາ​ຂໍ້​ຕົກ​ລົງ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ​ສຳຄັນ​ຄື: ການ​ຄ້າ, ພະລັງງານ, ພາສີ ​ແລະ ການ​ສຶກສາ.

 

 

 

ຂ່າວ/ບົດ​ອື່ນ