ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບບັນດາເອກອັກຄະລັດຖະທູດປະເທດຕ່າງໆເຂົ້າຢ້ຽມອຳລາ

(VOVWORLD) - ດ້ວຍເລື່ອງສອງປະເທດລົງນາມສັນຍາ 10 ສະບັບ, ບົດບັນທຶກຊ່ວຍຈຳການຮ່ວມມື 3 ສະບັບ ໃນຫຼາຍຂົງເຂດ, ແມ່ນປະຖົມປັດໄຈສຳຄັນຊ່ວຍປັບປຸງ, ເພີ່ມທະວີການຮ່ວມມືສອງປະເທດໃນໄລຍະຈະມາເຖິງ.
ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບບັນດາເອກອັກຄະລັດຖະທູດປະເທດຕ່າງໆເຂົ້າຢ້ຽມອຳລາ - ảnh 1ການຕ້ອນຮັບທ່ານເອກອັກຄະລັດຖະທູດ ໂອມານ Saleh Mohamed Admed Al Saqri (ພາບ: VOV)


ຕອນເຊົ້າວັນທີ 19 ກໍລະກົດ, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບເອກອັກຄະລັດຖະທູດ ໂອມານ ແລະ ເອກອັກຄະລັດຖະທູດ ສ. ເຊັກໂກ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານທາງການທູດຢູ່ ຫວຽດນາມ ຢ່າງຈົບງາມ.

        ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ໂອມານ Saleh Mohamed Admed Al Saqri, ທ່ານປະທານປະເທດ ຫງວຽນຊວນຟຸກ ສະເໜີວ່າ: ໃນໄລຍະຈະມາເຖິງ, ສອງຝ່າຍຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຈັດກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງທີ 4, ລະຫວ່າງກະຊວງການຕ່າງປະເທດ ສອງປະເທດ ໃນເດືອນ ກັນຍາ 2022 ແລະ ກອງປະຊຸມຄະນະກຳມະການລະຫວ່າງລັດຖະບານຄັ້ງທີ 4 ກ່ຽວກັບການຮ່ວມມືດ້ານເສດຖະກິດ. ທ່ານເອກອັກຄະລັດຖະທູດ Saleh Mohamed Admed Al Saqri ໃຫ້ຮູ້ວ່າ: ດ້ວຍເລື່ອງສອງປະເທດລົງນາມສັນຍາ 10 ສະບັບ, ບົດບັນທຶກຊ່ວຍຈຳການຮ່ວມມື 3 ສະບັບ ໃນຫຼາຍຂົງເຂດ, ແມ່ນປະຖົມປັດໄຈສຳຄັນຊ່ວຍປັບປຸງ, ເພີ່ມທະວີການຮ່ວມມືສອງປະເທດໃນໄລຍະຈະມາເຖິງ. ໄລຍະຜ່ານມາ, ກອງທຶນລົງທຶນລວມ ຫວຽດນາມ - ໂອມານ ໄດ້ລົງທຶນຢ່າງມີປະສິດທິຜົນໃນຂົງເຂດ: ສາທາລະນະສຸກ, ການສຶກສາ, ພັດທະນາພື້ນຖານໂຄງລ່າງ… ທ່ານເອກອັກຄະລັດຖະທູດ ໂອມານ ກໍ່ປາດຖະໜາວ່າ ສອງຝ່າຍຈະສືບຕໍ່ເປີດກ້ວາງກອງທຶນດັ່ງກ່າວນີ້.

ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບບັນດາເອກອັກຄະລັດຖະທູດປະເທດຕ່າງໆເຂົ້າຢ້ຽມອຳລາ - ảnh 2ການຕ້ອນຮັບທ່ານເອກອັກຄະລັດຖະທູດ ສ. ເຊັກໂກ Vitezslav Grepl

        ສ່ວນທີ່ການຕ້ອນຮັບ ທ່ານເອກອັກຄະລັດຖະທູດ ສ. ເຊັກໂກ Vitezslav Grepl, ທ່ານປະທານປະເທດ ຫວຽດນາມ ປາດຖະໜາວ່າ: ໃນອາຍຸການເປັນປະທານໝູນວຽນ ສະພາເອີລົບ (EU), 6 ເດືອນທ້າຍປີ 2022, ສ. ເຊັກໂກ ຈະຊຸກຍູ້ບັນດາປະເທດ EU ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ (EVIPA) ເຊິ່ງ ເຊັກໂກ ໄດ້ຮັບຮອງເອົາກ່ອນໝູ່, ພ້ອມທັງສະໜັບສະໜູນບັນດາຄວາມມານະພະຍາຍາມ ແລະ ຊຸກຍູ້ EU ຍົກເລີກ “ບັດເຫຼືອງ IUU” ສຳລັບສິນໃນນ້ຳຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ