ທ່ານປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ສ.ເກົາຫຼີ ຢ່າງ​ເປັນ​ທາງ​ການ.

(VOVWORLD) -ດ້ວຍ 30 ກວ່າລາຍການເຄື່ອນໄຫວ ພາຍໃນ 3 ມື້, ການຢ້ຽມຢາມທາງລັດຖະກິດ ຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສຳເລັດລົງຢ່າງດີງາມ, ເປີດໜ້າປະຫວັດສາດໃໝ່ ໃນການພົວພັນລະຫວ່າງ ຫວຽດນາມ-ສ.ເກົາຫຼີ.
ທ່ານປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ສ.ເກົາຫຼີ ຢ່າງ​ເປັນ​ທາງ​ການ. - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ສິ້ນສຸດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ

ຕອນເຊົ້າວັນທີ 7 ທັນວາ, ເຮືອບິນພິເສດຂອງ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມາຮອດສະໜາມບິນສາກົນ ໂນ້ຍບາຍ, ນະຄອງຫຼວງຮ່າໂນ້ຍ, ສິນສຸດການຢ້ຽມຢາມທາງລັດຖະກິດຢູ່ ສ.ເກົາຫຼີ ຕາມຄຳເຊີນຂອງ ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk-yeol ຢ່າງຈົບງາມ. ນີ້ແມ່ນການຢ້ຽມຢາມ ສ.ເກົາຫຼີ ຄັ້ງທຳອິດຂອງ ທ່ານຫງວຽນຊວັນຟຸກ ໃນຕຳແໜ່ງປະມຸກລັດ ແລະ ເປັນຄັ້ງທຳອິດຂອງປະທານປະເທດ ຫວຽດນາມ ທີ່ໄປຢ້ຽມຢາມ ສ.ເກົາຫຼີ ພາຍຫຼັງ 11 ປີ. ທ່ານຫງວຽນຊວັນຟຸກ ກໍ່ແມ່ນການນຳຂັ້ນສູງຕ່າງປະເທດຜູ້ທຳອິດ ໄປຢ້ຽມຢາມ ສ.ເກົາຫຼີ ນັບແຕ່ ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk-yeol ຂຶ້ນກຳອຳນາດໃນ ເດືອນພຶດສະພາ 2022. ເພື່ອສະແດງເຖິງຄວາມເຄົາລົບນັບຖື ຂອງ ສ.ເກົາຫຼີ ໃນການພົວພັນກັບ ຫວຽດນາມ, ບັນດາການເຄື່ອນໄຫວຕ້ອນຮັບ ທ່ານຫງວຽນຊວັນຟຸກ ໄດ້ປະຕິບັດດ້ວຍພິທີການສູງສຸດ.

ດ້ວຍ 30 ກວ່າລາຍການເຄື່ອນໄຫວ ພາຍໃນ 3 ມື້, ການຢ້ຽມຢາມທາງລັດຖະກິດ ຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສຳເລັດລົງຢ່າງດີງາມ, ເປີດໜ້າປະຫວັດສາດໃໝ່ ໃນການພົວພັນລະຫວ່າງ ຫວຽດນາມ-ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ