ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫວໍ​ວັນ​ເຖືອງ ເລີ່ມການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສ​າ​ທາ​ລະ​ນະ​ລັດ ອີ​ຕາ​ລີ ແລະ ຢ້ຽມ​ຢາມ ສຳ​ນັກ​ ວາ​ຕີ​ກັງ

(VOVWORLD) - ປະມານ 16 ໂມງ 30 ນາທີ ຂອງວັນດຽວກັນ (ຕາມເວລາທ້ອງຖິ່ນ), ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພ້ອມດ້ວຍພັນລະຍາ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຮອດສະໜາມບິນສາກົນ Fiumicino, ນະຄອນຫຼວງ ໂຣມ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ສາທາລະນະລັດ ອີຕາລີ ແລະ ຢ້ຽມຢາມສຳນັກ ວາຕີກັງ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ສາທາລະນະລັດ ອີຕາລີ Sergio Mattarella ແລະ ສັນທະປະປາ Francis.
 
ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫວໍ​ວັນ​ເຖືອງ ເລີ່ມການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສ​າ​ທາ​ລະ​ນະ​ລັດ ອີ​ຕາ​ລີ ແລະ ຢ້ຽມ​ຢາມ ສຳ​ນັກ​ ວາ​ຕີ​ກັງ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພົບປະພະນັກງານສະຖານທູດ ຫວຽດນາມ ປະຈຳ ລາວ (ພາບ: VOV)

    ດ້ວຍເກືອບ 20 ກິດຈະກຳ ນັບແຕ່ວັນທີ 23 – 25 ກໍລະກົດ, ເວລາ 15 ໂມງ ຂອງວັນທີ 25 ກໍລະກົດ ຕາມເວລາທ້ອງຖິ່ນ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ ໄດ້ສິ້ນສຸດການຢ້ຽມຢາມ ສາທາລະນະລັດ ໂອຕາລິດ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ໂອຕາລິດ Alexander Van der Bellen. ປະມານ 16 ໂມງ 30 ນາທີ ຂອງວັນດຽວກັນ (ຕາມເວລາທ້ອງຖິ່ນ), ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພ້ອມດ້ວຍພັນລະຍາ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຮອດສະໜາມບິນສາກົນ Fiumicino, ນະຄອນຫຼວງ ໂຣມ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ສາທາລະນະລັດ ອີຕາລີ ແລະ ຢ້ຽມຢາມສຳນັກ ວາຕີກັງ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ສາທາລະນະລັດ ອີຕາລີ Sergio Mattarella ແລະ ສັນທະປະປາ Francis. ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ເຢືອງຫາຍຮຶງ ແລ້ວ, ການຢ້ຽມຢາມທາງລັດຖະກິດຢູ່ ອີຕາລີ ຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ມີຄວາມໝາຍສຳຄັນຫຼາຍຢ່າງ, ສ້າງຂີດໝາຍແກ່ການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນມິດຕະພາບຄົບຮອບ 50 ປີ, ການຮ່ວມມືອັນດີງາມລະຫວ່າງສອງປະເທດ, ພ້ອມທັງສ້າງກຳລັງໜູນໃໝ່ຊຸກຍູ້ການພົວພັນສອງຝ່າຍພັດທະນາຢ່າງແຮງກວ່າອີກໃນໄລຍະຈະມາເຖິງ. ສ່ວນຝ່າຍ ອີ່ຕາລີ, ທ່ານເອກອັກຄະລັດຖະທູດ ອີຕາລີ ປະຈຳ ຫວຽດນາມ Antonio Alessandro ໃຫ້ຂໍ້ສັງເກດວ່າ ການຢ້ຽມຢາມ ອີ່ຕາລີ ຂອງທ່ານປະທານປະເທດ ຫວໍວັນເຖືອງ ຈະສ້າງບັນຍາກາດໃໝ່ແກ່ການພົວພັນດ້ານການເມືອງລະຫວ່າງ 2 ປະເທດ, ປະກອບສ່ວນກຳນົດທິດ ແລະ ປັບປຸງການຮ່ວມມືສອງຝ່າຍໃນທຸກຂົງເຂດ. 

ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫວໍ​ວັນ​ເຖືອງ ເລີ່ມການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສ​າ​ທາ​ລະ​ນະ​ລັດ ອີ​ຕາ​ລີ ແລະ ຢ້ຽມ​ຢາມ ສຳ​ນັກ​ ວາ​ຕີ​ກັງ - ảnh 2ທ່ານປະທານປະເທດ ຫວໍວັນເຖືອງ ໂອ້ລົມກັບພະນັກງານ, ລັດຖະກອນ ສະຖານທູດ ຫວຽດນາມ ຢູ່ ຣົມ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ ອີຕາລີ (ພາບ: VOV)
 ພາຍຫຼັງມາຮອດ ອີຕາລີ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ລັດຖະກອນ ສະຖານທູດ ຫວຽດນາມ ຢູ່ ໂຣມ, ຊາວ ຫວຽດນາມ ທີ່ ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ ອີຕາລີ. ຢູ່ທີ່ນີ້, ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນໜັກວ່າ:

        “ພັກ, ລັດ ຫວຽດນາມ ຍາມໃດກໍຖືຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນບຸກຄົນທີ່ສະໜິດຕິດພັນ, ບໍ່ອາດຕັດແຍກອອກຈາກຊາດ ຫວຽດນາມ ໄດ້ ແລະ ປາດຖະໜາວ່າ ຊາວ ຫວຽດນາມ ຢູ່ ຕ່າງປະເທດຈະເຊື່ອມໂຍງເຂົ້າກັບສັງຄົມປະເທດປະຈຳຖິ່ນໄດ້ເປັນຢ່າງດີ, ມີເສດຖະກິດການເງິນທີ່ເປັນປົກກະຕິ ແລະ ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ; ມີຫຼາຍກິດຈະກຳອວ່ າຍໜ້າເມືອຫາບ້ານເກີດເມືອງນອນ ແລະ ມີສາຍພົວພັນສະໜິດຕິດພັນ, ຜູກພັນກັບປະຊາຊົນປະເທດປະຈຳຖິ່ນ, ສວມບົດບາດເປັນຂົວຕໍ່ ເພື່ອເຮັດໃຫ້ສາຍພົວພັນລະຫວ່າງ ຫວຽດນາມ ກັບ ອີຕາລີ ເລິກເຊິ່ງກວ່າອີກ”.

ຫວູຢຸງ


 

ຕອບກັບ

ຂ່າວ/ບົດ​ອື່ນ