ທ່ານ​ປະທານ​ປະ​ເທດ​ເຈິ່ນດ້າຍ​ກວາງ​ໃຫ້ການ​ຕ້ອນຮັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ກາ​ນາ​ດາ

     ທ່ານ​ປະທານ​ປະ​ເທດ​ເຈິ່ນດ້າຍ​ກວາງ​ໃຫ້ການ​ຕ້ອນຮັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ກາ​ນາ​ດາ - ảnh 1
ທ່ານ​ປະທານ​ປະ​ເທດ​ເຈິ່ນດ້າຍ​ກວາງ​ໃຫ້ການ​ຕ້ອນ
ຮັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ກາ​ນາ​


   (vovworld) - ຕອນ​ບ່າຍ​ວັນ​ທີ 5/9, ຢູ່​ ຮ່າ​ໂນ້ຍ, ​ເມື່ອ​ຕ້ອນຮັບ​ທ່ານ ລັດຖະມົນຕີ​ການ​ຕ່າງປະ​ເທດ ກາ​ນາ​ດາ Stephane Dion, ທ່ານ​ປະທານ​ປະ​ເທດ​ ເຈິ່ນດ້າຍ​ກວາງ ​ໃຫ້​ຮູ້​ວ່າ, ຫວຽດນາມ​ຖື​ເປັນ​ສຳຄັນ ​ແລະ ປາຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ ກາ​ນາ​ດາ ກວ່າ​ອີກ, ​ແລະ ພ້ອມ​ແລ້ວ​ທີ່​ຈະ​ພ້ອມ​ກັບ ກາ​ນາ​ດາ ນຳ​ການ​ພົວພັນ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະ​ຖຽນລະ​ພາບ ​ແລະ ການ​ຮ່ວມ​ມື​ຢູ່​ພາກ​ພື້ນ​ອາຊີ - ປາຊີ​ຟິກ ​ແລະ ຢູ່​ໃນ​ໂລກ. ທ່ານ​ປະທານ​ປະ​ເທດ​ ເຈິ່ນດ້າຍ​ກວາງ ຫວັງ​ວ່າ ສະພາ​ແຫ່ງ​ຊາດ ກາ​ນາ​ດາ ຈະ​ຮັບຮອງ​ເອົາ​ສັນຍາ TPP ​ເພື່ອ​ໃຫ້​ສັນຍາ​ນີ້​ໄດ້​ຮັບ​ການ​ປະຕິບັດ​, ​ແນ​ໃສ່​ຊຸກຍູ້​ດ້ານ​ການ​ຄ້າ​ເສລີ​ທີ່​ມີ​ມາດຕະຖານ​ສູງ​ຢູ່​ພາກ​ພື້ນ.

        ສ່ວນທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ ກາ​ນາ​ດາ Stephane Dion ກໍ່​ແຈ້ງ​ໃຫ້​ທ່ານ​ປະທານ​ປະ​ເທດ​ ເຈິ່ນດ້າຍ​ກວາງ ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ ກາ​ນາ​ດາ ​ແມ່ນ​ບຸລິ​ມາ​ສິດ​ແກ່​ການ​ເພີ່ມ​ທະວີ​ການ​ພົວພັນ ​ແລະ ຕິດ​ພັນ​ກວ່າ​ອີກ​ກັບ​ພາກ​ພື້ນ​ອາຊີ - ປາຊີ​ຟິກ. ​ໃນ​ນັ້ນ, ກາ​ນາ​ດາ​ຖື​ເປັນ​ສຳຄັນ​ບົດບາດ​ຂອງ ອາ​ຊຽນ ​ແລະ ປາຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ກັບ ຫຽດນາມ.

        ສອງ​ຝ່າຍ​ສະໜັບສະໜູນ​ເລື່ອງ​ຊຸກຍູ້​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ດ້ວຍ​ສັນຕິ​ວິທີ, ​ເຄົາລົບ​ວິວັດທະນາ​ການ​ຕ່າງປະ​ເທດ ​ແລະ ນິຕິ​ກຳ​ຢ່າງ​ຄົບ​ຖ້ວນ, ບົນ​ພື້ນຖານ​ປະຕິບັດ​ກົດໝາຍ​ສາກົນ ​ເພື່ອ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ປອດ​ໄພ, ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ, ການບິນ​ຢູ່​​ເຂດ​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ