ທ່ານປະ​ທານ​ສ​ະ​ພາ​ແຫ່ງ​ຊາດ ພົບ​ປະ, ອວຍ​ພອນ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ເພດ​ຍິງ ​ຮັບ​ຜິດ​ຊອບ​ວຽກ​ງານ​​ສະ​ເພາະ​ກິດ

(VOVWORLD) - ໃນບັນດາໝາກຜົນຮອບດ້ານ, ມີການປະກອບສວ່ນຢ່າງຍິ່ງໃຫຍ່ຂອງສະມາຊິກສະພາແຫ່ງຊາດ ເພດຍິງ, ບັນດາການນຳເພດຍິງ, ພະນັກງານເພດຍິງ ຂອງຫ້ອງວ່າການສະພາແຫ່ງຊາດ, ຫົວໜ່ວຍຕ່າງໆຂອງສະພາແຫ່ງຊາດ.
ທ່ານປະ​ທານ​ສ​ະ​ພາ​ແຫ່ງ​ຊາດ ພົບ​ປະ, ອວຍ​ພອນ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ເພດ​ຍິງ ​ຮັບ​ຜິດ​ຊອບ​ວຽກ​ງານ​​ສະ​ເພາະ​ກິດ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)

ຕອນບ່າຍວັນທີ 7 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະ, ອວຍພອນບັນດາສະມາຊິກສະພາແຫ່ງຊາດຍິງຮັບຜິດຊອບວຽກງານສະເພາະກິດ ຢູ່ສູນກາງ, ການນຳເພດຍິງຂອງຫໍສະພາແຫ່ງຊາດ, ສະຖາບັນຄົ້ນຄ້ວານິຕິກຳ ເນື່ອງໃນໂອກາດວັນແມ່ຍິງ ສາກົນ 8/3 ແລະ ວັນລຸກຮື້ຂຶ້ນ ຮາຍບ່າຈຶງ.

ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຢັ້ງຢືນວ່າ ສະພາແຫ່ງຊາດຊຸດຕ່າງໆໃນປະຫວັດສາດ  ແລະ ສະພາແຫ່ງຊາດຊຸດທີ XV ນັບແຕ່ຫົວທີຂອງອາຍຸການ ຍາມໃດກໍ່ມີການປ່ຽນແປງໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນໃນການເຄື່ອນໄຫວ. ໃນບັນດາໝາກຜົນຮອບດ້ານ, ມີການປະກອບສວ່ນຢ່າງຍິ່ງໃຫຍ່ຂອງສະມາຊິກສະພາແຫ່ງຊາດ ເພດຍິງ, ບັນດາການນຳເພດຍິງ, ພະນັກງານເພດຍິງ ຂອງຫ້ອງວ່າການສະພາແຫ່ງຊາດ, ຫົວໜ່ວຍຕ່າງໆຂອງສະພາແຫ່ງຊາດ. ທ່ານປະທານສະພາແຫ່ງຊາດ ໄດ້ສະເໜີທຸກຂັ້ນ, ທຸກຂະແໜງການ, ເປັນຕົ້ນແມ່ນບັນດາອົງການຂອງສະພາແຫ່ງຊາດ ສືບຕໍ່ປະຕິບັດໜ້າທີ່, ມາດຕະການປະຕິບັດເປົ້າໝາຍຄວາມສະເໝີພາບລະຫວ່າງຍິງຊາຍ ໃຫ້ເປັນຢ່າງດີ, ເອົາໃຈໃສ່ເປັນພິເສດເຖິງການວາງແຜນກຳນົດແຫຼ່ງພະນັກງານເພດຍິງ ໃນການປະຕິບັດວຽກງານຊີນຳນຳພາ, ຄຸ້ມຄອງ, ເອົາໃຈໃສ່ເຖິງການຝຶກອົບຮົບ, ບຳລຸງສ້າງ, ໝູນວຽນ, ແຕ່ງຕັ້ງພະນັກງານເພດຍິງ.

ຕອບກັບ

ຂ່າວ/ບົດ​ອື່ນ