ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວ້ ເຈ​ລະ​ຈາ​ຜ່ານ​ທາງ​ອອນ​ລາຍ​ກັບ​ປະ​ທານ​ສະ​ພາ​ຕ່ຳ ລາ​ຊະ​ອາ​ນາ​ຈັກ ມາ​ຣົກ

(VOVWORLD) -    ຕອນບ່າຍວັນທີ 07 ກໍລະກົດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ເຈລະຈາທາງອອນລາຍກັບທ່ານປະທານສະພາຕ່ຳ ລາຊະອານາຈັກ ມາຣົກ Habid El Malki.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວ້ ເຈ​ລະ​ຈາ​ຜ່ານ​ທາງ​ອອນ​ລາຍ​ກັບ​ປະ​ທານ​ສະ​ພາ​ຕ່ຳ ລາ​ຊະ​ອາ​ນາ​ຈັກ ມາ​ຣົກ - ảnh 1 ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ (ພາບ: TTXVN)

ການນຳສອງທ່ານໄດ້ເຫັນດີເປັນເອກະພາບວ່າ, ໃນໄລຍະຈະມາເຖິງ, ສອງຝ່າຍຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ກຳມາທິການ, ສະມາຊິກລັດຖະສະພາ; ສືບຕໍ່ເສີມຂະຫຍາຍກົນໄກສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສຫຼາຍຝ່າຍ; ສະໜັບສະໜູນຫຼັກໝັ້ນຂອງກັນກ່ຽວກັບບັນດາບັນຫາຂອງພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ; ເພີ່ມທະວີການແລກປ່ຽນການຄ້າ, ເພີ່ມແຫຼ່ງເງິນລົງທຶນເຂົ້າໃນຕະຫຼາດຂອງກັນໃຫ້ຫຼາຍກວ່າອີກ.

          ເພື່ອແນໃສ່ສ້າງກອບນິຕິກຳໃຫ້ແກ່ການຮ່ວມມືສອງຝ່າຍ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສະເໜີໃຫ້ ມາຣົກ ປະຕິບັດລະບຽບການໃຫ້ສັດຕະຍາບັນ ສັນຍາສົ່ງເສີມ ແລະ ອາລັກຂາການລົງທຶນ ທີ່ໄດ້ລົງນາມເມື່ອປີ 2012 ໂດຍໄວ; ສະເໜີໃຫ້ສອງຝ່າຍສົມທົບກັນກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 5 ຄະນະກຳມະການປະສົມ ແລະ ປຶກສາຫາລືດ້ານການເມືອງ ຄັ້ງທີ 6 ຢູ່ ມາຣົກ ໃຫ້ເປັນຢ່າງດີ.

          ສ່ວນທ່ານປະທານສະພາຕ່ຳ ມາຣົກ Habid El Malki ມີຄວາມປາດຖະໜາຢາກຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດຄື: ຜະລິດອຸດສາຫະກຳລົດໂອໂຕ, ການບິນ, ກະສິກຳ, ພັດທະນາແບບຍືນຍົງ, ພະລັງງານຜະລິດຄືນໃໝ່, ພະລັງງານໄຟຟ້າແຮງລົມ, ພະລັງງານໄຟຟ້າແສງຕາເວັນ… ທ່ານ ກໍຢັ້ງຢືນວ່າ ຈະເອື້ອອຳນວຍຄວາມສະດວກເພື່ອໃຫ້ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ມາຣົກ ໄດ້ເຊື່ອມຕົວເຂົ້າກັບສັງຄົມປະຈຳຖິ່ນໄດ້ເປັນຢ່າງດີ.ຄ

ຕອບກັບ

ຂ່າວ/ບົດ​ອື່ນ