ທ່ານປະທານາທິບໍດີ ກາຊັກສະຖານ ຍຸບເລີກລັດຖະບານ ຍ້ອນຖືກປະລາໄຊໃນດ້ານເສດຖະກິດ

(VOVWORLD) -ການຕັດສິນຂອງທ່ານປະທານາທິບໍດີ Nazarbayev ໄດ້ສ້າງຂີດໝາຍໃຫ້ແກ່ການຢຸດຕິສິດອໍານາດຂອງທ່ານນາຍົກລັດຖະມົນຕີ Bakytzhan Sagintayev, ຜູ້ດໍາລົງຕໍາແໜ່ງດັ່ງກ່າວນັບແຕ່ປີີ 2016 ເປັນຕົ້ນມາ

        ວັນທີ 21 ກຸມພາ, ທ່ານປະທານາທິບໍດີ ກາຊັກສະຖານ Nursultan Nazarbayev ໄດ້ຍຸບເລີກລັດຖະບານ ຍ້ອນສາເຫດ “ບໍ່ບັນລຸໄດ້ການປ່ຽນແປງໃໝ່ທີ່ຕັ້ງໜ້າ” ໃນພື້ນຖານເສດຖະກິດຂອງປະເທດນີ້. ໃນຖະແຫຼງການທີ່ໄດ້ລົງໃນເວັບໄຊຂອງປະທານາທິບໍດີ, ທ່ານ Nazarbayev ຢັ້ງຢືນວ່າ: “ເຖິງວ່າໄດ້ຮັບຮອງເອົາຂໍ້ຕົກລົງ ແລະ ກົດໝາຍຫຼາຍສະບັບກໍຕາມ, ແຕ່ລັດຖະບານຍັງບໍ່ສາມາດສ້າງການປ່ຽນແປງ ທີ່ຕັ້ງໜ້າໃດໆໃນຂົງເຂດເສດຖະກິດ”. ການຕັດສິນຂອງທ່ານປະທານາທິບໍດີ Nazarbayev ໄດ້ສ້າງຂີດໝາຍໃຫ້ແກ່ການຢຸດຕິສິດອໍານາດຂອງທ່ານນາຍົກລັດຖະມົນຕີ Bakytzhan Sagintayev, ຜູ້ດໍາລົງຕໍາແໜ່ງດັ່ງກ່າວນັບແຕ່ປີີ 2016 ເປັນຕົ້ນມາ. ລັດຖະມົນຕີ ແລະ ຮອງລັດຖະມົນຕີບາງທ່ານ ອາດສາມາດຈະໄດ້ດໍາລົງຕໍາແໜ່ງຄືນໃໝ່ໃນລັດຖະບານໃໝ່.


ຕອບກັບ

ຂ່າວ/ບົດ​ອື່ນ