ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຊູ​ດັງ​ໃຕ້ ຍຸບເລີກ​ສະ​ພາ​ແຫ່ງ​ຊາດ, ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ

(VOVWORLD) -ທ່ານປະທານາທິບໍ ຊູດັງໃຕ້ Salva Kiir ແຈ້ງໃຫ້ຊາບວ່າ ຈະຍຸບເລີກສະພາແຫ່ງຊາດ, ເປີດຊ່ອງທາງໃໝ່ໃຫ້ບັນຫາສະມາຊິກລັດຖະສະພາຂອງຝ່າຍຄ້ານຂອງປະເທດນີ້ໄດ້ຮັບການແຕ່ງຕັ້ງຕາມຂໍ້ຕົກລົງສັນຕິພາບທີ່ໄດ້ເຊັນ ເມື່ອປີ 2018.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຊູ​ດັງ​ໃຕ້ ຍຸບເລີກ​ສະ​ພາ​ແຫ່ງ​ຊາດ, ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ - ảnh 1ທ່ານປະທານາທິບໍ ຊູດັງໃຕ້ Salva Kiir  (ພາບ: VCG)

  ວັນທີ 8 ພຶດສະພາ, ທ່ານປະທານາທິບໍ ຊູດັງໃຕ້ Salva Kiir ແຈ້ງໃຫ້ຊາບວ່າ ຈະຍຸບເລີກສະພາແຫ່ງຊາດ, ເປີດຊ່ອງທາງໃໝ່ໃຫ້ບັນຫາສະມາຊິກລັດຖະສະພາຂອງຝ່າຍຄ້ານຂອງປະເທດນີ້ໄດ້ຮັບການແຕ່ງຕັ້ງຕາມຂໍ້ຕົກລົງສັນຕິພາບທີ່ໄດ້ເຊັນ ເມື່ອປີ 2018. ທ່ານປະທານາທິບໍດີ Salva Kiir ໄດ້ຍົກອອກແຈ້ງການດັ່ງກ່າວຜ່ານຊ່ອງໂທລະພາບ, ແຕ່ບໍ່ເຜີຍໃຫ້ຮູ້ວັນເວລາທີ່ສະພາແຫ່ງຊາດຊຸດໃໝ່ຈະເລີ່ມເຄື່ອນໄຫວ.

        ການສ້າງຕັ້ງອົງການນິຕິບັນຍັດໃໝ່ ແມ່ນສ່ວນໜຶ່ງຂອງຂໍ້ຕົກລົງທີ່ໄດ້ລົງນາມເມື່ອເດືອນກັນຍາ ປີ 2018 ລະຫວ່າງທ່ານປະທານາທິບໍດີ Salva Kiir ກັບທ່ານ Riek Machar, ຫົວໜ້າກຸ່ມ SPLM – IO ຝ່າຍຄ້ານ. ບັນດານັກເຄື່ອນໄຫວ ແລະ ບັນດາກຸ່ມສັງຄົມພົນລະເຮືອນ ໄດ້ສະແດງຄວາມຊົມເຊີຍຕໍ່ການກະທຳດັ່ງກ່າວ, ພ້ອມທັງຖືວ່າ ການຕັດສິນດັ່ງກ່າວຖືກໂຈະໄວ້ດົນເກີນໄປແລ້ວ.


ຕອບກັບ

ຂ່າວ/ບົດ​ອື່ນ