ທ່ານ​ປະ​ທານາ​ທິ​ບໍ​ດີ ຢູ​ແກຼນ ຢ້ຽມ​ຢາມ ຝ​ລັ່ງ

(VOVWORLD) -  ທີ່ການພົບປະເຈລະຈາ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ຄູ່ຕຳແໜ່ງ ຢູແກຼນ Volodymyr Zelensky ໄດ້ປຶກສາຫາລືກ່ຽວກັບບາງບັນຫາທີ່ກ່ຽວຂ້ອງເຖິງເລື່ອງ ຝລັ່ງ ໃຫ້ການຊ່ວຍເຫຼືອ ຢູແກຼນ. 
ທ່ານ​ປະ​ທານາ​ທິ​ບໍ​ດີ ຢູ​ແກຼນ ຢ້ຽມ​ຢາມ ຝ​ລັ່ງ - ảnh 1ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ພົບປະກັບທ່ານປະທານາທິບໍດີ ເຢຍລະມັນ  Frank-Walter Steinmeier (ເບື້ອງຂວາ) (ພາບ:  AP)

ວັນທີ 14 ພຶດສະພາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ໄປຢ້ຽມຢາມ ຝລັ່ງ ເພື່ອພົບປະກັບຄູ່ຕຳແໜ່ງ ຝລັ່ງ Emmanuel Macron ທີ່ ປາຣີ. ຝລັ່ງ ຊຶ່ງແມ່ນປະເທດທີ 3 ຂອງການນຳຢູແກຼນ ໃນຂອບເຂດການຢ້ຽມຢາມບັນດາປະເທດພັນທະມິດ ເອີຣົບ ເພື່ອຮຽກຮ້ອງໃຫ້ເພີ່ມທະວີການໜູນຊ່ວຍ Kiev. ທ່ານນາຍົກລັດຖະມົນຕີ ຝລັ່ງ Elisabeth Borne  ແລະ ທ່ານນາງລັດຖະມົນຕີການຕ່າງປະເທດ Catherine Colonna  ໄດ້ອອກຕ້ອນຮັບທ່ານປະທານາທິບໍດີ ຢູແກຼນ ຢູ່ສະໜາມບິນ Charles de Gaulle.

        ທີ່ການພົບປະເຈລະຈາ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ຄູ່ຕຳແໜ່ງ ຢູແກຼນ Volodymyr Zelensky ໄດ້ປຶກສາຫາລືກ່ຽວກັບບາງບັນຫາທີ່ກ່ຽວຂ້ອງເຖິງເລື່ອງ ຝລັ່ງ ໃຫ້ການຊ່ວຍເຫຼືອ ຢູແກຼນ. ປາຣີ ຖະແຫຼງວ່າ ຈະສະໜອງລົດຖັງປະເພດເບົາ ແລະ ຍານເກາະ ນັບສິບຄັນໃຫ້ແກ່ Kiev  ພ້ອມທັງ ບຳລຸງສ້າງນາຍທະຫານຂອງປະເທດນີ້ນຳໃຊ້ຍານພາຫະນະດັ່ງກ່າວ.

        ກ່ອນໄປຮອດ ຝລັ່ງ, ທ່ານປະທານາທິບໍດີ ຢູແກຼນ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ອີຕາລີ Giorgia Meloni ແລະ ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz.

ຕອບກັບ

ຂ່າວ/ບົດ​ອື່ນ