ທ່ານປະທານາທິບໍດີ ເບລາຣຸດ ແຕ່ງຕັ້ງນາຍົກລັດຖະມົນຕີ ແລະ ບັນດາສະມາຊິກລັດຖະບານຄືນໃໝ່

(VOVWORLD) - ວັນທີ 19 ສິງຫາ, ອົງການສື່ມວນຊົນຂອງທ່ານປະທານາທິບໍດີ ເບລາຣຸດ ປະກາດວ່າ ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ໄດ້ປະກາດໃຊ້ບັນດາລັດຖະດຳລັດວ່າດ້ວຍການແຕ່ງຕັ້ງນາຍົກລັດຖະມົນຕີ ແລະ ບັນດາສະມາຊິກຂອງລັດຖະບານປະເທດນີ້. 
ທ່ານປະທານາທິບໍດີ ເບລາຣຸດ ແຕ່ງຕັ້ງນາຍົກລັດຖະມົນຕີ ແລະ ບັນດາສະມາຊິກລັດຖະບານຄືນໃໝ່ - ảnh 1ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko  (ພາບ: AP)

  ອົງການສື່ມວນຊົນຊີ້ແຈ້ງວ່າ “ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ໄດ້ແຕ່ງຕັ້ງທ່ານ Roman Golovchenko ເປັນນາຍົກລັດຖະມົນຕີ ເບລາຣຸດ ພາຍຫລັງສະພາຕ່ຳຮັບຮອງເອົາ”. ເບລາຣຸດ ຕົກເຂົ້າສູ່ສະພາບຂາດສະຖຽນລະພາບ ພາຍຫລັງການເລືອກຕັ້ງປະທານາທິບໍດີ (ວັນທີ 09 ສິງຫາ). ຕາມໝາກຜົນນັບບັດຢ່າງເປັນທາງການ ໂດຍຄະນະກຳມະການເລືອກຕັ້ງສູນກາງປະກາດ, ທ່ານປະທານາທິບໍດີ Alexander Lukashenko ໄດ້ຮັບການເລືອກຕັ້ງຄືນໃໝ່ ດ້ວຍບຈຳນວນບັດສະໜັບສະໜູນ 80,1%. ຖັດມາແມ່ນທ່ານນາງ Svetlana Tikhanovkskaya ໄດ້ຮັບຈຳນວນບັດສະໜັບສະໜູນ 10,12%. ແຕ່ທ່ານນາງ Tikhanovkskaya ຖະແຫຼງວ່າ ບໍ່ຍອມຮັບໝາກຜົນການເລືອກຕັ້ງດັ່ງກ່າວ.

        ແລະກໍ່ໃນເຫດການທີ່ກ່ຽວຂ້ອງ, ຕອນບ່າຍວັນທີ 19 ສິງຫາ, ການນຳ 27 ປະເທດສະມາຊິກສະຫະພາບ ເອີຣົບ ຖະແຫຼງວ່າ ບໍ່ຮອງຮັບໝາກຜົນການເລືອກຕັ້ງປະທານາທິບໍດີຫວ່າງແລ້ວນີ້ຢູ່ ເບລາຣຸດ, ພ້ອມທັງປະກາດວ່າ ຈະລົງໂທດບັນດາບຸກຄົນທີ່ມີສ່ວນກ່ຽວຂ້ອງ. ຄຳຕັດສິນໃຈຂອງສະຫະພາບ ເອີຣົບ (ອີຢູ) ໄດ້ຍົກອອກມາ ພາຍຫລັງການນຳ 27 ປະເທດສະມາຊິກ ດຳເນີນກອງປະຊຸມທາງອອນລາຍວິສາມັນໃນຕອນບ່າຍວັນທີ 19 ສິງຫາ ເພື່ອປຶກສາຫາລືກ່ຽວກັບສະພາບການຂາດສະຖຽນລະພາບໃນຊຸມວັນຜ່ານມາຢູ່ ເບລາຣຸດ, ພາຍຫລັງສິ້ນສຸດການເລືອກຕັ້ງປະທານາທິບໍດີ ເບລາຣຸດ.

ຕອບກັບ

ຂ່າວ/ບົດ​ອື່ນ