ທ່ານປະທານແນວໂຮມປະເທດຊາດຫວຽດນາມຢ້ຽມຢາມມອບຂອງຂວັນບຸນປີໃໝ່ຢູ່ແຂວງ ເຊີນລາ

ທ່ານປະທານແນວໂຮມປະເທດຊາດຫວຽດນາມຢ້ຽມຢາມມອບຂອງຂວັນບຸນປີໃໝ່ຢູ່ແຂວງ ເຊີນລາ - ảnh 1
ທ່ານປະທານແນວໂຮມປະເທດຊາດຫວຽດນາມຢ້ຽມ
ຢາມມອບຂອງຂວັນບຸນປີໃໝ່ຢູ່ແຂວງ ເຊີນລາ
(ພາບ: ແທງຕູງ)

(vovworld) – ​ໃນ​ວັນ​ທີ 14-15/1, ທ່ານປະທານ​ຄະນະກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍິນ ​ໄດ້​ລົງ​ຢ້ຽມຢາມອວຍພອນ​ປີ​ໃໝ່​ບັນດາ​ຄອບຄົວ​ນະ​ໂຍບາຍ, ຄອບຄົວ​ທີ່​ທຸກ​ຍາກຢູ່​ແຂວງ ​ເຊີນ​ລາ, ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່ ປີ​ລະກາ 2017. ​ເມື່ອ​ໂອ້​ລົມ​ກັບ​ປະຊາຊົນ​ຕາ​ແສງ ຈ່ຽງ​ເກາະ, ທ່ານປະທານ​ຄະນະກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍິນ ສະ​ແດງ​ຄວາມ​ພາກພູມ​ໃຈ​ເມື່ອ​ຮູ້​ວ່າ, ຕາ​ແສງ​ໄດ້​ມີ​ສະຫະກອນ​ປູກ​ຕົ້ນ ກາ​ເຟ, ​ເພາະວ່າ​ນີ້​ແມ່ນ​ທິດ​ທາງ​ທີ່​ຖືກຕ້ອງ, ປະກອບສ່ວນ​ແນະນຳ, ໜູນ​ຊ່ວຍ​ປະຊາຊົນ​ໃນ​ການ​ຊື້​ຝຸ່ນ, ​ແນວ​ພັນ​ປູກ. ​ໃນ​ຕໍ່ໜ້າ​ທາງ​ຕາ​ແສງ​ຄວນ​ສົມທົບ​ກັບ​ເມືອງ​ໃນ​ການ​ປູກ​ກາ​ເຟ ​ເພື່ອ​ສ້າງ​ລາຍ​ຮັບ​​ໃຫ້ສູງ​ກວ່າ, ​ແລະ ມີ​ສະມັດ​ຕະພາບ​ການດີກ​ວ່າອີກ.

​   ໃນ​ໂອກາດ​ນີ້, ທ່ານປະທານ​ຄະນະກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍິນ ກໍ່​ໄດ້​ເຮັດ​ວຽກ​ກັບ​ຄະນະ​ພັກ​ແຂວງ ​ແລະ ​ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ ​ເຊີນ​ລາ ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ຮູບ​ແບບ ສະຫະກອນ​ກະສິກຳ, ຕິດ​ພັນ​ກັບ​ການ​ຜະລິດ, ຈຳໜ່າຍ​ຜະລິດ​ຕະພັນ​ກະ​ເສດ​ຢ່າງ​ໝັ້ນຄົງ.

    ກ່ອນ​ໜ້າ​ນັ້ນ ວັນ​ທີ 14/01 ຢູ່​ປ້ອມ​ປ້ອງ​ກັນຊາ​ຍ​ແດນດ່ານ​ຊາຍ​ແດນ ລ໋ອງ​ເຊີ້​ບ, ​ເມືອງ ມົກ​ເຈົາ, ​ແຂວງ ​ເຊີນ​ລາ, ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນຊາ​ຍ​ແດນ​ຈັດ​ຕັ້ງ​ລາຍການ “ລະດູບານ​ໃໝ່​ປ້ອງ​ກັນຊາຍ​ແດນ - ສ້າງ​ຄວາມອົບອຸ່ນ​ໃຫ້​ຊາວບ້ານ” ດ້ວຍ​ການ​ເຈົ້າ​ຮ່ວມ​ຂອງ​ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ສະ​ແດງ​ຄວາມ​ເບີກບານ​ມ່ວນ​ຊື່ນ​ຕໍ່​ຊີວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ​ຫລາຍ​ຢ່າງ. ພ້ອມ​ທັງ​ເນັ້ນ​ໜັກ​ວ່າ ພັກ, ລັດ ​ແລະ ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຍາມ​ໃດ​ກໍ່​ຕີ​ລາຄາ​ສູງ​ການເສຍສະຫຼະ​, ການປະກອບສ່ວນຢ່າງ​ໃຫຍ່​ຫລວງ​ຂອງ​ກຳລັງ​ທະຫານ​ປ້ອງ​ກັນຊາ​ຍ​ແດນ ​ແລະ ພໍ່​ແມ່​ປະຊາຊົນ​ເຂດ​ຊາຍ​ແດນ. ​ເນື່ອງ​ໃນ​ໂອກາດ​ບຸນ​ເຕັດ​ປະຈຳ​ຊາດ​ປີ​ລະກາ 2017, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ອວຍພອນ​ ​ພະນັກງານ, ນັກຮົບ​ປ້ອງ​ກັນຊາ​ຍ​ແດນ​ເວົ້າ​ລວມ ​ແລະ ປ້ອມ​ປ້ອງ​ກັນຊາ​ຍ​ແດນ​ດ່ານ​ ລ໋ອງ​ເຊີ້​ບ ​ເວົ້າ​ສະ​ເພາະ ສືບ​ຕໍ່​ສຳ​ເລັດ​ໜ້າ​ທີ່​​ເຊິ່ງໄດ້​ຮັບ​ມອບ​ໝາຍ​ເປັນ​ຢ່າງ​ດີ; ອວຍພອນ​​ພໍ່​ແມ່​ປະຊາຊົນ 3 ຕາ​ແສງ​ເຂດ​ຊາຍ​ແດນ ລ໋ອງ​ເຊີ້​ບ, ຈ່ຽງ​ເຊີນ, ຈ່ຽງ​ເຄື່ອ ມີ​ສຸຂະພາບ​ແຂງ​ແຮງ, ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ປະ​ເທດ​ຊາດ, ຮ່ວມ​ແຮງ​ຮ່ວມ​ໃຈ​ ເພື່ອສ້າງ​ຊີວິດ​ໃຫ້​ນັບ​ມື້​ນັບ​ດີ​ກ່ວາ​​ເກົ່າ, ຮັກສາອະທິປະ​ໄຕ​ຂອງ​ປະ​ເທດ​​ໄວ້​ຢ່າງໝັ້ນຄົງ.

 

 

ຂ່າວ/ບົດ​ອື່ນ