ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ຫວນ​ຄືນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ປີ 2021

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດ ຫວາງອີ ໃຫ້ຂໍ້ສັງເກດວ່າ ປີນີ້ ການພົວພັນລະຫວ່າງ ຈີນ ແລະ ອາເມລິກາ ມີການປ່ຽນແປງຢ່າງແທ້ຈິງ ເມື່ອທຽບໃສ່ກັບສິ່ງທີ່ໄດ້ເກີດຂຶ້ນໃນຊຸມປີຜ່ານມາ
ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ຫວນ​ຄືນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ປີ 2021 - ảnh 1ທ່ານ ຫວາງອີ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ (ພາບ: TTXVN)

ວັນທີ 30 ທັນວາ, ທ່ານ ຫວາງອີ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ໄດ້ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຊີນຮວາ, ສະຖານີວິທະຍຸກະຈາຍສຽງ  ແລະ ໂທລະພາບສູນກາງຈີນ (Chine Media Group) ກ່ຽວກັບສະພາບການສາກົນ ແລະ ນະໂຍບາຍການຕ່າງປະເທດຂອງ ປະເທດນີ້ ໃນ ປີ 2021, ໃນນັ້ນໄດ້ເຕື້ອງເຖິງ ການພົວພັນລະຫວ່າງ ອາເມລິກາ ແລະ ລັດເຊຍເປັນພິເສດ

ທ່ານລັດຖະມົນຕີການຕ່າງປະເທດ ຫວາງອີ ໃຫ້ຂໍ້ສັງເກດວ່າ ປີນີ້ ການພົວພັນລະຫວ່າງ ຈີນ ແລະ ອາເມລິກາ ມີການປ່ຽນແປງຢ່າງແທ້ຈິງ ເມື່ອທຽບໃສ່ກັບສິ່ງທີ່ໄດ້ເກີດຂຶ້ນໃນຊຸມປີຜ່ານມາ. ທ່ານໄດ້ຢັ້ງຢືນທັດສະນະສະເໝີຕົ້ນສະເໝີປາຍຂອງ ຈີນໃນນະໂຍບາຍກັບ ອາເມລິກາ ໂດຍອີງໃສ່ 3 ຫຼັກການນັ້ນແມ່ນ: ເຄົາລົບນັບຖືເຊິ່ງກັນ ແລະ ກັນ, ດຳລົງຊີວິດຢູ່ຮ່ວມກັນໂດຍສັນຕິ ແລະ ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ທ່ານເນັ້ນໜັກວ່າ ນີ້ແມ່ນເສັ້ນທາງທີ່ຖືກຕ້ອງເພື່ອຟື້ນຟູການເຕີບໂຕຢ່າງມີສະຖຽນລະພາບ ແລະ ສັນຕິພາບໃນການພົວພັນ ຈີນ - ອາເມລິກາ.

ເມື່ອເຕື້ອງເຖິງການພົວພັນກັບ ລັດເຊຍ, ທ່ານລັດຖະມົນຕີ ຫວາງອີ ເນັ້ນໜັກວ່າ ໂດຍເປັນສອງປະເທດມະຫາອຳນາດໃຫຍ່ ມີອິດທິພົນທົ່ວໂລກ,  ການຮ່ວມມືຍຸດທະສາດ ແລະ ແທດຈິງລະຫວ່າງ ຈີນ - ລັດເຊຍ ມີຄວາມໝາຍທົ່ວໂລກ ແລະ ສວມບົດບາດທີ່ບໍ່ສາມາດປ່ຽນແທນໄດ້. ນອກຈາກນັ້ນ, ການຮ່ວມມືໃນທຸກດ້ານຂອງສອງປະເທດໄດ້ຍົກສູງຂຶ້ນຫຼາຍລະດັບ.

ໃນການພົວພັນກັບເອີລົບ, ທ່ານລັດຖະມົນຕີ ຫວ່າງອີ ໄດ້ເນັ້ນໜັກວ່າ ຈີນ ແລະ ເອີລົບໄດ້ແບ່ງປັນຄວາມເຫັນດີເຫັນພ້ອມຢ່າງເລິກເຊິ່ງກວ້າງຂວາງ ກ່ຽວກັບບັນດາບັນຫາຄືຮັກສາລັດທິຫຼາຍຝ່າຍ ແລະ ເພີ່ມທະວີການຄຸ້ມຄອງບໍລິຫານທົ່ວໂລກ, ພ້ອມທັງບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າ ໃນການແກ້ໄຂສະພາບການປ່ຽນແປງຂອງດິນຟ້າອາກາດ ແລະ ພ້ອມກັນຮັບມືກັບໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ