ທ່ານ​ອະ​ດີດ​ປະ​ທານ​ປະ​ເທດ ເຈິ່ນ​ດຶກ​ເລືອງ​ເຖິງ​ແກ່​ມໍ​ລະ​ນະ​ກຳ

(VOVWORLD) -  ທ່ານ ເຈິ່ນດຶກເລືອງ ອະດີດກຳມະການກົມການເມືອງ, ອະດີດປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເຖິງແກ່ມໍລະນະກຳຕອນເວລາ 22 ໂມງ 51 ນາທີໃນວັນທີ 20 ພຶດສະພາ 2025 ຢູ່ເຮືອນສ່ວນຕົວ

ຕາມຂໍ້ມູນຈາກສະພາວິຊາສະເພາະປົກປັກຮັກສາສຸຂະພາບພະນັກງານສູນກາງ, ທ່ານ ເຈິ່ນດຶກເລືອງ ອະດີດກຳມະການກົມການເມືອງ, ອະດີດປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເກີດວັນທີ 5 ພຶດສະພາ 1937 ພາຍຫຼັງໄລຍະໜຶ່ງເປັນພະຍາດ ເຖິງວ່າໄດ້ຮັບ ປິ່ນປົວຢ່າງສຸດຈິດຈາກພັກ, ລັດ, ໝູ່ຄະນະສາດສະດາຈານ, ແພດໝໍ; ການເບິ່ງແຍງດູແລຈາກຄອບຄົວ, ແຕ່ຍ້ອມີອາຍຸສູງ, ເພິ່ນໄດ້ເຖິງແກ່ມໍລະນະກຳຕອນເວລາ 22 ໂມງ 51 ນາທີໃນວັນທີ 20 ພຶດສະພາ 2025 ຢູ່ເຮືອນສ່ວນຕົວ, ພິທີໄວອາໄລ ແລະ ງານຊາປະນະກິດສົບຂອງອະດີດປະທານປະເທດ ເຈິ່ນດຶກເລືອງຈະໄດ້ຮັບການປະກາດທາງຫຼັກ. 

ຕອບກັບ

ຂ່າວ/ບົດ​ອື່ນ