ທ່ານຮອງນາຍົກລັດຖະ ມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານສະຫະພັນກະສິກຳອົງຄະທາດສາກົນ

ທ່ານຮອງນາຍົກລັດຖະ ມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານສະຫະພັນກະສິກຳອົງຄະທາດສາກົນ - ảnh 1
ທ່ານ​ຮອງ​ນາຍົກລັດຖະ​ມົນຕີ​ ຫງວຽນ​ຊວນ​​ຟຸກ
ຕ້ອນຮັບ​ປະທານ​ສະຫະພັນ​ກະສິກຳອົງຄະ​ທາດສາກົນ
(ພາບ: chinhphu.vn)


(vovworld) - ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ​ທ່ານ Andre Leu, ປະທານ​ສະຫະພັນ​ກະສິກຳອົງຄະ​ທາດສາກົນ​ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະ​ມົນຕີ​ ຫງວຽນ​ຊວນ​​ຟຸກ ປາດ​ຖະໜາ​ວ່າ ສະຫະພັນ​ກະສິກຳອົງຄະທາດສາກົນ​ແບ່ງປັນ​ບົດຮຽນ, ຍົກ​ອອກ​ບັນດາຂໍ້​ລິ​ເລີ່​ມໜູນ​ຊ່ວຍ​ການ​ພັດທະນາ​ກະສິກຳອົງຄະ​ທາດຢູ່ຫວຽດນາມ, ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​​ເຖິງ​ການ​ໃຫ້​ຄຳປຶກ​ສາ​ນະ​ໂຍບາຍ​ກະສິກຳອົງຄະ​ທາດ, ໜູນ​ຊ່ວຍ​ດ້ານ​ເຕັກນິກ, ຄົ້ນຄວ້າ​ບຳລຸງ​ສ້າງ... ທ່ານ Andre Leu ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ການ​ສົມທົບ​ກັນ​ຂອງ​ສະຫະ​ສະມາຄົມ​ກະສິກ​ຳອົງຄະທາດ ຫວຽດນາມ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ, ສະຫະພັນ​ກະສິກຳອົງຄະ​ທາດສາກົນ​ ຈະ​ຜັນ​ຂະຫຍາຍ​ຫຼາຍ​ໂຄງການ, ສ້າງ​ການ​ເຊື່ອມ​ຕໍ່​ລະຫວ່າງ​ບັນດາ​ອົງ​ການຈັດ​ຕັ້ງ, ຊຸກຍູ້​ກະສິກຳອົງຄະທາດສາກົນ​ເວົ້າ​ລວມ ​ແລະ ຂະ​ບວນການ​ກະສິກຳອົງຄະ​ທາດຫວຽດນາມ ​ເວົ້າ​ສະ​ເພາະ; ໜູນ​ຊ່ວຍ ສະຫະ​ສະມາຄົມ​ກະສິກ​ຳອົງຄະ​ທາດຫວຽດນາມ ​ສ້າງ​ຕັ້ງ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ອົງການຈັດ​ຕັ້ງ​ກະສິກຳອົງຄະ​ທາດຂອງ​ປະ​ເທດ​ອື່ນ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໄລ​ກ, ນຳ​ກະສິກຳອົງຄະ​ທາດ ຫວຽດນາມ ພັດທະນາ​ຢ່າງ​ໝັ້ນ​ຄົງ, ​ໃກ້ຊິດ​ສະ​ໜິດສະໜົມ​ກັບ​ສິ່ງ​ແວດ​ລ້ອມ​ເທື່ອ​ລະ​ກ້າວ.

ຂ່າວ/ບົດ​ອື່ນ