ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫ​ວູ​ດຶກ​ດາມ: ແຂວງ​ ກ໋​ວາງບີງຕ້ອງ​ຍູ້​ແຮງ​ການ​ພັດ​ທະ​ນາບໍ​ລິ​ການທ່ອງ​ທ່ຽວຫຼາຍ​ຢ່າງ

(VOVWORLD) - ແຂວງກ໋ວາງບີງສູ້ຊົນຕ້ອນຮັບ ແຂກທ່ອງທ່ຽວໃຫ້ໄດ້ 4,3 ລ້ານເທື່ອຄົນ, ໃນນັ້ນມີ ແຂກທ່ອງທ່ຽວຕ່າງປະເທດປະມານ 300.000 ລ້ານເທື່ອຄົນ ໃນປີ 2019.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫ​ວູ​ດຶກ​ດາມ: ແຂວງ​ ກ໋​ວາງບີງຕ້ອງ​ຍູ້​ແຮງ​ການ​ພັດ​ທະ​ນາບໍ​ລິ​ການທ່ອງ​ທ່ຽວຫຼາຍ​ຢ່າງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມກ່າວຄຳເຫັນທີ່ການເຮັດວຽກ (ພາບ: ດຶກເທາະ/TTXVN) 

ວັນທີ 7 ເມສາ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມໄດ້ລົງຢ້ຽມຢາມບັນດາຮູບແບບການທ່ອງທ່ຽວວົງຄະນາຍາດຢູ່ ປ່າສະຫງວນແຫ່ງຊາດ ຟອງຍາ - ແກ໋ບາງແລະ ເຮັດວຽກກັບການນຳແຂວງກ໋ວາງບີງກ່ຽວກັບການພັດທະນາການທ່ອງທ່ຽງແບບຍືນຍົງ.

ທ່ານຮອງນາຍົກລັດຖະມົນຕີໄດ້ເນັ້ນໜັກວ່າ ແຂວງ ກ໋ວາງບີງຄວນມີວິໄສທັດຍາວໄກກ່ຽວກັບການພັດທະນາ ວັດທະນະທຳ, ການທ່ອງທ່ຽວ. ທ່ານຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ແຂວງ ກ໋ວາງບີງຕ້ອງເອົາໃຈໃສ່ເຖິງການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດດ້ານການທ່ອງທ່ຽວໃຫ້ຫຼາຍກ່ວາອີກ, ຍູ້ແຮງການພັດທະນາຮູບແບບຕ່າງໆຂອງການທ່ອງທ່ຽວ, ເປັນຕົ້ນແມ່ນການທ່ອງທຽວແບບວົງຄະນາຍາດ.

ການທ່ອງທ່ຽວແບບວົງຄະນາຍາດມີຈຸດພິເສດແມ່ນ: ລັດບໍ່ເກັບງົບປະມານດັ່ງນັ້ນຊ່ວຍຫຼຸດຜ່ອນຄວາມທຸກຍາກໄດ້ເປັນຢ່າງດີ. ການທ່ອງທ່ຽວແບບວົງຄະນາຍາດບໍ່ຈຳເປັນຕ້ອງເສຍເວລາໃນການບຳລຸງສ້າງຊັບພະຍາກອນມະນຸດການທ່ອງທ່ຽວ. ເຂົາເຈົ້າສາມາດຮຽນຮູ້ດ້ວຍຕົນເອງ ແລະ ຮັບເອົາໃບຢັ້ງຢືນ ແລະ ພຽງແຕ່ສຸມໃສ່ຮຽນໄລຍະສັ້ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາແຫຼ່ງຊັບພະຍາກອນມະນຸດດ້ານການທ່ອງທ່ຽວ.

ໃນໄລຍະຈະມາເຖິງ, ແຂວງກ໋ວາງບີງ ຈະຜັນຂະຫຍາຍບັນດາການເຄື່ອນໄຫວສົ່ງເສີມການທ່ອງທ່ຽວ, ໂຄສະນາຄວາມສາມາດບົ່ມຊ້ອນຢູ່ຕະຫຼາດແຂກທ່ອງທ່ຽວແມ່ນ ຊາວ ສ.ເກົາຫຼີ ແລະ ຄົ້ນຄ້ວາ ການພັດທະນາສາຍການບິນ ດົ່ງເຮີຍ -ເຊີອຸນ. ແຂວງກ໋ວາງບີງສູ້ຊົນຕ້ອນຮັບ ແຂກທ່ອງທ່ຽວໃຫ້ໄດ້ 4,3 ລ້ານເທື່ອຄົນ, ໃນນັ້ນມີ ແຂກທ່ອງທ່ຽວຕ່າງປະເທດປະມານ 300.000 ລ້ານເທື່ອຄົນ ໃນປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ