ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່​ນ​ຮົ່ງ​ຮ່າ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລັດ​ເຊຍ ປະ​ຈຳ ຫວຽດ​ນາມ

(VOVWORLD) - ຕອນເຊົ້າວັນທີ 12 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ໃຫ້ການຕ້ອນຮັບທ່ານ ເອກອັກຄະລັດຖະທູດ ລັດເຊຍ ປະຈຳ ຫວຽດນາມ Gennady Bezdeko

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່​ນ​ຮົ່ງ​ຮ່າ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລັດ​ເຊຍ ປະ​ຈຳ ຫວຽດ​ນາມ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ລັດເຊຍ ປະຈຳ ຫວຽດນາມ
(ພາບ:  VOV)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານກັບ ລັດເຊຍ ເປັນສຳຄັນ, ທ່ານເນັ້ນໜັກວ່າ ສອງຝ່າຍຄວນຮັກສາ ກົນໄກຕິດຕາມກວດກາ, ຊຸກຍູ້ບັນດາຂົງເຂດຮ່ວມມືຢ່າງຮອບດ້ານ. ທ່ານຮອງນາຍົກລັດຖະມົນຕີໄດ້ມອບໃຫ້ບັນດາກະຊວງ, ຂະແໜງການຜັນຂະຫຍາຍບາງໂຄງການຮ່ວມມືລະອຽດລະຫວ່າງ ຫວຽດນາມ ແລະ ລັດເຊຍໂດຍໄວ, ຜ່ານນັ້ນເພີ່ມທະວີການລົງທຶນ, ຖ່າຍທອດເຕັກໂນໂລຢີ.

ທ່ານ ເອກອັກຄະລັດຖະທູດ ລັດເຊຍ ປະຈຳ ຫວຽດນາມ Gennady Bezdeko ຖືວ່າ ສອງປະເທດຄວນຍາດແຍ່ງທ່າໄດ້ປຽບຈາກສັນຍາການຄ້າເສລີຫວຽດນາມ ສະຫະພາບເສດຖະກິດ ອາຊີ - ເອີລົບ, ເປັນຕົ້ນແມ່ນບັນດາຂົງເຂດເຊິ່ງເປັນທ່າແຮງໃນການຮ່ວມມືລະຫວ່າງສອງປະເທດຄືນ້ຳມັນອາຍແກັດ, ພະລັງງານ, ການທ່ອງທ່ຽວ, ການສຶກສາ, ບຳລຸງສ້າງ, ວິທະຍາສາດ, ເຕັກໂນໂລຢີ.

ຕອບກັບ

ຂ່າວ/ບົດ​ອື່ນ