ທ່ານຮອງນາຍົກລັດຖະມົນຕີຈີ້ງດີງຢູງເຂົ້າຮ່ວມຜັນຂະຫຍາຍຫນ້າທີ່ປີ2018ຂອງEVN

(VOVWORLD) -ຕອນເຊົ້າວັນທີ 4 ມັງກອນ ຢູ່ ຮ່າໂນ້ຍ, ກຸ່ມບໍລິສັດໄຟຟ້າຫວຽດນາມ EVN ໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍແຜນການປີ 2018.

ທ່ານຮອງນາຍົກລັດຖະມົນຕີຈີ້ງດີງຢູງເຂົ້າຮ່ວມຜັນຂະຫຍາຍຫນ້າທີ່ປີ2018ຂອງEVN - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ

ພາບ:chinhphu.vn

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຈີ້ງດີງຢູງ ຊີ້ແຈ້ງວ່າ: ກຸ່ມບໍລິສັດໄຟຟ້າ ຫວຽດນາມຄວນສືບຕໍ່ຢືນຢັນບົດບາດແມ່ນກຸ່ມບໍລິສັດແຫ່ງລັດ ຮັກສາບົດບາດຫລັກແຫລ່ງໃນການປະຕິບັດຫນ້າທີ່ສະຫນອງ ໄຟຟ້າ. ກ່ອນອື່ນໝົດ ຕ້ອງຮັບປະກັນການສະຫນອງໄຟຟ້າພຽງພໍໃຫ້ແກ່ການພັດທະນາເສດຖະກິດ ສັງຄົມ, ປະກອບສ່ວນເຂົ້າໃນການເຕີບໂຕເສດຖະກິດຂອງປະເທດຊາດ. ພ້ອມກັນນັ້ນ ສືບຕໍ່ຫັນບັນດາບໍລິສັດໃຫຍ່ກະຈາຍໄຟຟ້າ 3, ພິເສດ ສຸມໃສ່ປ່ຽນໃຫມ່, ສັບຊ້ອນກຸ່ມກະຈາຍໄຟຟ້າ, ແຈກຢາຍ ແລະ ຂາຍຍ່ອຍໄຟຟ້າ, ນຳເຂົ້າເຄື່ອນໄຫວ ລະບົບໄຟຟ້າ ແລະ ຕະຫລາດໄຟຟ້າຕາມແຜນຮ່າງສັງລວມກ່ຽວກັບການສັບຊ້ອນ, ສ້າງໂຄງປະກອບລັດວິສາຫະກິດ ສັງກັດ EVN ຄືນໃຫມ່  ໄລຍະ 2017 – 2020, ຮັບປະກັນນຳຕະຫລາດຂາຍຍົກໄຟຟ້າແກ້ງແຍ້ງເຂົ້າເຄື່ອນໄຫວຢ່າງມີປະສິດທິຜົນ. 

ຕອບກັບ

ຂ່າວ/ບົດ​ອື່ນ