ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ເຈິ່ນກວັກ​ເຟືອງ: ມີ​ຫຼາຍ​ໂອ​ກາດ​ບຸກ​ທະ​ລຸກ ການ​ເຕີບ​ໂຕ​ເສ​ດຖະ​ກິດ​ໃນ​ປີ 2024

(VOVWORLD) - ຫວຽດນາມ ມີໂອກາດຫຼາຍຢ່າງ ຈາກບັນດາໝາກຜົນຂອງການເຄື່ອນໄຫວຊີ້ນຳ, ການບໍລິຫານ, ພິເສດແມ່ນການເຄື່ອນໄຫວທາງການທູດ ໄດ້ນຳຄວາມໝາຍຫຼາຍຢ່າງມາໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມໃນປີ 2024.
ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ເຈິ່ນກວັກ​ເຟືອງ: ມີ​ຫຼາຍ​ໂອ​ກາດ​ບຸກ​ທະ​ລຸກ ການ​ເຕີບ​ໂຕ​ເສ​ດຖະ​ກິດ​ໃນ​ປີ 2024 - ảnh 1ທ່ານເຈິ່ນວັກເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຕອບຄຳຖາມຂອງ ນັກຂ່າວ
(ພາບ:  VGP)

ຕອນເຊົ້າວັນທີ 6 ທັນວາ, ທີ່ການຖະແຫຼງຂ່າວລັດຖະບານປະຈຳເດືອນພະຈິກ, ຕີລາຄາກ່ຽວກັບບັນດາຈຸດພົ້ນເດັ່ນກ່ຽວກັບຄາດໝາຍການເຕີບໂຕໃນປີ 2024 ແຕ່ 6 – 6,5% ຕາມມະຕິວ່າດ້ວຍແຜນການພັດທະນາເສດຖະກິດ - ສັງຄົມໃນປີ 2024, ທ່ານເຈິ່ນວັກເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ ເພື່ອປະຕິບັດເປົ້າໝາຍທີ່ໄດ້ວາງອອກ,  ສະພາແຫ່ງຊາດໄດ້ວາງອອກ 12 ກຸ່ມມາດຕະການຮອບດ້ານໃນທຸກຂົງເຂດ ຂອງ ພື້ນຖານເສດຖະກິດ ເພື່ອປະຕິບັດບັນດາເປົ້າໝາຍ, ໜ້າທີ່. ໃນນັ້ນ ປີ 2024 ສະພາແຫ່ງຊາດ ໄດ້ຕັດສິນໃຈໃຫ້ບຸລິມະສິດສຸມໃສ່ຊຸກຍູ້ການເຕີບໂຕດ້ານເສດຖະກິດ; ຮັກສາເສດຖະກິດມະຫາພາກເປັນປົກກະຕິ ຍູ້ຄວາມໄວໃນການເຕີບໂຕ, ຟື້ນຟູ ແລະ ທົດແທນບັນດາຂໍ້ຈຳກັດ, ການຫຼຸດລົງເມື່ອທຽບໃສ່ກັບເມື່ອກ່ອນ ຍ້ອນຜົນກະທົບພາວະວິໄສຂອງໂລກລະບາດ ໂຄວິດ - 19 ກໍ່ຄືບັນດາຜົນກະທົບຂອງເສດຖະກິດໂລກໃນປີ 2023.

ຕາມທ່ານຮອງລັດຖະມົນຕີ ເຈິ່ນກວັກເຟືອງແລ້ວ, ທ້າຍປີ 2023, ຫວຽດນາມ ມີໂອກາດຫຼາຍຢ່າງ ຈາກບັນດາໝາກຜົນຂອງການເຄື່ອນໄຫວຊີ້ນຳ, ການບໍລິຫານ, ພິເສດແມ່ນການເຄື່ອນໄຫວທາງການທູດ ໄດ້ນຳຄວາມໝາຍຫຼາຍຢ່າງມາໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມໃນປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ