ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫງວຽນກວ໊ກຢຸ້ງເຂົ້າຮ່ວມເວທີປາໄສ ອາຊີຕາເວັນອອກຄັ້ງທີ 17

(VOVWORLD) - ແຕ່ວັນທີ 10-11 ກໍລະກົດ 2019 ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມຫງວຽນກວ໊ກຢຸ້ງ, ຫົວໜ້າຄະນະ SOM ASEAN ຫວຽດນາມໄດ້ນຳພາຄະນະຜູ້ແທນຫວຽດນາມເຂົ້າຮ່ວມເວທີປາໄສອາຊີຕາເວັນອອກ (EAF) ຄັ້ງທີ 17 ໃນຂອບເຂດ ASEAN+3 ທີ່ Odawara, ປະເທດຍີ່ປຸ່ນ.
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫງວຽນກວ໊ກຢຸ້ງເຂົ້າຮ່ວມເວທີປາໄສ ອາຊີຕາເວັນອອກຄັ້ງທີ 17 - ảnh 1ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ (ພາບ: TTXVN)

ກ່າວຄຳເຫັນຢູ່ວາລະທີ 1 ຂອງເວທີປາໄສກ່ຽວກັບການຊຸກຍູ້ການພັດທະນາແບບຍືນຍົງ ແລະຕິດພັນກັບການເຂົ້າຮ່ວມຂອງບັນດາຄູ່ຮ່ວມຢູ່ພາກພື້ນອາຊີຕາເວັນອອກ, ທ່ານຮອງລັດຖະມົນຕີຫງວຽນກວ໊ກຢຸ້ງ ຊີ້ແຈງເຖິງບັນດາຂໍ້ສະດວກແລະບັນດາຊ່ອງວ່າງໃນການຮ່ວມມືຊຸກຍູ້ການພັດທະນາແບບຍືນຍົງຢູ່ພາກພື້ນອາຊີຕາເວັນອອກ. ດ້ານໜຶ່ງເປັນການໄດ້ຮັບຮູ້ບັນດາຄວາມມານະພະຍາຍາມຂອງບັນດາປະເທດ ASEAN+3 ໃນການປະຕິບັດບັນດາເປົ້າໝາຍ SDGs, ການຮ່ວມມືກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ, ປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບໄພທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ, ໜູນຊ່ວຍບັນດາຈຸນລະວິສະຫະກິດ, ວິສະຫະກິດຂະໜາດນ້ອຍແລະກາງ(MSMEs)…. ທ່ານຮອງລັດຖະມົນຕີໄດ້ຊີ້ແຈ້ງກ່ຽວກັບເງື່ອນໄຂຕັດສິນຊີ້ຂາດຕ້ອງຮັບປະກັນສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະ ບັນດາເງື່ອນໄຂການດຳລົງຊີວິດທີ່ເປັນພື້ນຖານທີ່ສຸດໃຫ້ແກ່ປະຊາຊົນ ເພື່ອໃຫ້ເຂົາເຈົ້າມີຄວາມຮັບຮູ້ໄດ້ດ້ວຍຕົວເອງລັກສະນະທີ່ຈຳເປັນຂອງການພັດທະນາແບບຍືນຍົງຕໍ່ກັບການດຳລົງຊີວິດຕົວຈິງຂອງເຂົາເຈົ້າ. ທ່ານ ຮອງລັດຖະມົນຕີໄດ້ຮຽກຮ້ອງໃຫ້ບັນດາປະເທດ ASEAN+3 ແລະ ບັນດາຄູ່ຮ່ວມມື ຕັ້ງໜ້າປະສານສົມທົບກັນມີການກະທຳ, ໂດຍສະເພາະແມ່ນຊຸກຍູ້ບັນດາຮູບແບບການຮ່ວມມືແບບໃໝ່, ປະດິດຄິດສ້າງ, ສືບຕໍ່ຜັນຂະຫຍາຍໃຫ້ມີປະສິດທິຜົນບັນດາ ຄຳໝັນສັນຍາ ແລະ ລາຍການການຮ່ວມມືທີ່ມີຢູ່ແລ້ວ ໃນຂົງເຂດ ASEAN+3 ກ່ຽວກັບການພັດທະນາແບບຍືນຍົງ, ຍູ້ແຮງການຮ່ວມມືລະຫວ່າງ ASEAN ກັບບັນດາຄູ່ຮ່ວມມືໃນການປະຕິບັດ SDGs, ຊຸກຍູ້ການເຕີບໂຕສີຂຽວ, ພັດທະນານະຄອນສະຫຼາດ, ຮັບມືກັບບັນດາບັນຫາສັງຄົມກໍ່ຄືດ້ານປະຊາກອນທີ່ມີອາຍຸສູງ, ປົກປັກຮັກສາສິ່ງແວດລ້ອມທາງທະເລ.

        ຕາມການໝູນວຽນ, ເວທີປາໄສອາຊີຕາເວັນອອກຄັ້ງທີ 18 ຈະແມ່ນສສຫວຽດນາມແລະສປ ຈີນ ຮ່ວມກັນເປັນເຈົ້າພາບຈັດຕັ້ງກອງປະຊຸມໃນປີ 2020. 

ຕອບກັບ

ຂ່າວ/ບົດ​ອື່ນ