ທ່ານເຈີ່ນແທງເມີນເຮັດວຽກກັບສະມາຄົມສົ່ງເສີມການຮຽນຫວຽດນາມແລະຄະນະກຳມະການສາມັກຄີຄຼິດທະສາສະໜາ

(VOVWORLD) -ຕອນບ່າຍວັນທີ 05 ເມສາ, ຢູ່ຮ່າໂນ້ຍ, ທີ່ການເຮັດວຽກກັບສະມາຄົມສົ່ງເສີມການຮຽນຫວຽດນາມ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີ່ນແທງເມີນ ສະເໜີວ່າ

ແນວໂຮມປະເທດຊາດຫວຽດນາມ ແລະ ສະມາຄົມສົ່ງເສີມການຮຽນ ສົມທົບກັນເພື່ອຊຸກຍູ້ຂະບວນການຮ່ຳຮຽນໃນທົ່ວປວງຊົນ. ພ້ອມກັນນັ້ນ, ມາດຕະຖານກ່ຽວກັບການສົ່ງເສີມການຮຽນຄວນໄດ້ນຳເຂົ້າມາດຕະຖານຮັບຮອງຕາແສງຊົນນະບົດໃໝ່, ຄອບຄົວດີເດັ່ນໃນການຜັນຂະຫຍາຍການປະຕິບັດບັ້ນຂົນຂວາຍ “ທົ່ວປວງຊົນສາມັກຄີກໍ່ສ້າງຊົນນະບົດໃໝ່, ເຂດຕົວເມືອງສີວິໄລ”.

ທ່ານເຈີ່ນແທງເມີນເຮັດວຽກກັບສະມາຄົມສົ່ງເສີມການຮຽນຫວຽດນາມແລະຄະນະກຳມະການສາມັກຄີຄຼິດທະສາສະໜາ - ảnh 1ທ່ານເຈີ່ນແທງເມີນເຮັດວຽກກັບສະມາຄົມສົ່ງເສີມການຮຽນຫວຽດນາມ

ແລະຄະນະກຳມະການສາມັກຄີຄຼິດທະສາສະໜາ

(ພາບ:dantri.com.vn)

ເຂົ້າຮ່ວມກອງປະຊຸມກັບຄະນະປະຈຳການຄະນະກຳມະການສາມັກຄີຄຼິດທະສາສະໜາຫວຽດນາມ ເພື່ອປຶກສາຫາລືກ່ຽວກັບວຽກງານກະກຽມໃຫ້ກອງປະຊຸມໃຫຍ່ຜູ້ແທນຊາວຄຼິດຫວຽດນາມ ສ້າງສາ ແລະ ປົກປັກຮັກສາປະເທດຊາດຄັ້ງທີ 7 (ອາຍຸການ 2018 - 2023). ທ່ານເຈີ່ນແທງເມີນ ສະເໜີໃຫ້ຄະນະກຳມະການສາມັກຄີຄຼິດທະສາສະໜາຫວຽດນາມ ກະກຽມບັນດາເນື້ອໃນເອກະສານຢ່າງຄົບຖ້ວນ, ກະກຽມວຽກງານບຸກຄະລາກອນເພື່ອມຸ່ງໄປເຖິງການຈັດຕັ້ງກອງປະຊຸມໃຫຍ່. ເນື້ອໃນເອກະສານຂອງກອງປະຊຸມໃຫຍ່ຕ້ອງຮັບປະກັນຄຸນນະພາບ, ມຸ່ງໄປເຖິງຄວາມສາມັກຄີຢ່າງກວ້າງຂວາງໃນໝູ່ປະຊາຊົນຊາວຄຼິດ ພ້ອມກັບທົ່ວປວງຊົນສ້າງສາ ແລະ ປົກປັກຮັກສາປະເທດຊາດ, ສູ້ຊົນເພື່ອເປົ້າໝາຍ “ປະຊາຄົມຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມຍຸຕິທຳ, ປະຊາທິປະໄຕ, ສີວິໄລ”.

ຕອບກັບ

ຂ່າວ/ບົດ​ອື່ນ