ທ່ານເລຂາທິການໃຫຍ່, ປະທານປະເທດລາວ ຈູມມາລີ ໄຊຍະສອນ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ຈູມມາລີ ໄຊຍະສອນ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1
ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈູມ​ມາລີ ​ໄຊ​ຍະ​ສອນ
ຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ເມື່ອປີ 2011
(ພາບ: vientianemai.net)


(vovworld) -     ​ ວັນ​ທີ 26/12, ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ການພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ ສປປ ລາວ ຈູມ​ມາລີ ​ໄຊ​ຍະ​ສອນ ​ແລະ ພັນ​ລະ​ຍາ ເລີ່ມຕົ້ນການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟຸ໋ຈ້ອງ​ ​ແລະ ພັນ​ລະ​ຍາ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ພັນ​ລະ​ຍາ. ການ​ຢ້ຽມຢາມ​ສັນ​ຖະວະ​ໄມຕີ​ຫວຽດນາມ ຄັ້ງ​ນີ້​ຂອງທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈູມ​ມາລີ ​ໄຊ​ຍະ​ສອນ ​ແມ່ນ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ສາຍ​ພົວພັນ​ລະຫວ່າງ​ຫວຽດນາມ - ລາວ ກ່ວາ​ອີກ, ​ເພີ່ມ​ທະວີ​ຄວາມ​ສະໜິດ​ຕິດ​ພັນ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ການສົມທົບ​ກັນ​ຢ່າງ​ແໜ້ນ​​ແຟ້ນ​ໃນບັນດາ​ບັນຫາ​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ລະຫວ່າງ 2 ພັກ, 2 ລັດ, ປະກອບສ່ວນ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ແຕ່​ລະ​ພັກ​ຢ່າງ​ມີ​ໄຊ.

ຂ່າວ/ບົດ​ອື່ນ