ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮຽກ​ຮ້ອງ​ໃຫ້​ຮັດ​ແຄບ​ໄລ​ຍະ​ຫ່າງ​ຄວາມ​​ບໍ່ສະ​ເໝີ​ພາບ

(VOVWORLD) -ທົ່ວໂລກຄວນສຸມໃສ່ການຕ້ານໂລກລະບາດ, ຄວນເພີ່ມລະດັບຄວາມໄວໃນການຕໍ່ສູ້ກັບໂລກລະບາດໃຫ້ມີປະສິດທິຜົນກວ່າອີກ ດ້ວຍວິທີສະໜອງວັກຊິນ, ອຸປະກອນການແພດ ແລະ ມີວິທີການປິ່ນປົວໃຫ້ແກ່ປະຊາຊົນທຸກຄົນໃນທົ່ວໂລກ. 
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮຽກ​ຮ້ອງ​ໃຫ້​ຮັດ​ແຄບ​ໄລ​ຍະ​ຫ່າງ​ຄວາມ​​ບໍ່ສະ​ເໝີ​ພາບ - ảnh 1ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ: Reuters)

ກ່າວຄຳເຫັນທີ່ພິທີໄຂ ກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 76 ຂອງ ສປຊ (UNGA76), ວັນທີ 14 ກັນຍາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ເນັ້ນໜັກວ່າ ທົ່ວໂລກຄວນສຸມໃສ່ການຕ້ານໂລກລະບາດ, ຄວນເພີ່ມລະດັບຄວາມໄວໃນການຕໍ່ສູ້ກັບໂລກລະບາດໃຫ້ມີປະສິດທິຜົນກວ່າອີກ ດ້ວຍວິທີສະໜອງວັກຊິນ, ອຸປະກອນການແພດ ແລະ ມີວິທີການປິ່ນປົວໃຫ້ແກ່ປະຊາຊົນທຸກຄົນໃນທົ່ວໂລກ. ພິເສດ, ທ່ານເນັ້ນໜັກວ່າ ໄລຍະຫ່າງຢ່າງໃຫຍ່ຫຼວງລະຫວ່າງຜູ້ທີ່ໄດ້ຮັບການສັກວັກຊິນ ໃນຂະນະທີ່ມີເຖິງນັບລ້ານໆຄົນຍັງບໍ່ທັນໄດ້ເຂົ້າເຖິງວັກຊິນກັນພະຍາດໂຄວິດ - 19 ເທື່ອ ແລະ ໄລຍະຫ່າງດັ່ງກ່າວ ແມ່ນຍ້ອນຄົນເຮົາເອງເປັນຜູ້ກໍ່ຂຶ້ນ, ຍ້ອນບັນດາລະບົບເສດຖະກິດກໍ່ສິ່ງກີດຂວາງແກ່ຜູ້ທຸກຍາກ ແລະ ຜູ້ທີ່ມີຄວາມສ່ຽງສູງກວ່າເພິ່ນ.

        ທ່ານເລຂາທິການໃຫຍ່ ສປຊ ຢັ້ງຢືນວ່າ ບັນດາສິ່ງທ້າທາຍຂອງໂລກໃນປັດຈຸບັນ ແມ່ນສາມາດແກ້ໄຂໄດ້ຢ່າງສິ້ນເຊີງ ຖ້າຫາກວ່າບັນດາປະເທດສະມາຊິກ ສປຊ ພ້ອມກັນສາມັກຄີ, ຮ່ວມມືກັນບົນເນື້ອໃນຈິດໃຈຂອງລັດທິຫຼາຍຝ່າຍ, ພ້ອມດຽວກັນນັ້ນ, ຄວນມານະພະຍາຍາມກວ່າອີກເພື່ອບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ເຊິ່ງ ສປຊ ໄດ້ວາງອອກ.


ຕອບກັບ

ຂ່າວ/ບົດ​ອື່ນ