ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ: ຄຸນ​ສົມ​ບັດ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈີ​ມິນ ຍື່ນ​ຍົງ​ຄົງ​ຕົວ​ກັບ​ຊາດ

(VOVWORLD) - ທີ່ການພົບປະ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຢັ້ງຢືນວ່າ: ແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ແມ່ນຊັບສົມບັດດ້ານຈິດໃຈປະຕິວັດອັນລ້ຳຄ່າ, ການເຕົ້າໂຮມມູນຄ່າທາງດ້ານຈິດໃຈອັນສູງສົ່ງ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ: ຄຸນ​ສົມ​ບັດ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈີ​ມິນ ຍື່ນ​ຍົງ​ຄົງ​ຕົວ​ກັບ​ຊາດ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ພົບປະກັບບັນດາຜູ້ແທນ 

ຕອນເຊົ້າວັນທີ 2 ພະຈິກ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ມີການພົບປະ ກັບຄະນະຜູ້ແທນດີເດັ່ນທົ່ວປະເທດ 67 ທ່ານ ກ່ຽວກັບ “ການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງ ປະທານໂຮ່ຈີມິນ ປີ 2023”.

ທີ່ການພົບປະ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຢັ້ງຢືນວ່າ: ແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ແມ່ນຊັບສົມບັດດ້ານຈິດໃຈປະຕິວັດອັນລ້ຳຄ່າ, ການເຕົ້າໂຮມມູນຄ່າທາງດ້ານຈິດໃຈອັນສູງສົ່ງ, ກາຍເປັນມາດຖານເພື່ອກໍ່ສ້າງ, ຟື້ນຟູວັດທະນະທຳ, ສ້າງຊາວຫວຽດນາມ ໃນຍຸກສະໄໝໃໝ່. ທ່ານໃຫ້ຮູ້ວ່າ:

ໂດຍຜ່ານຜ່າຂອບຂະໜາດຂອງການປຸກລະດົມ, ມາຮອດປັດຈຸບັນ ການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ໄດ້ກາຍເປັນຄວາມຕ້ອງການດ້ານວັດທະນະທຳ, ມູນຄ່າໃນການດຳລົງຊີວິດດ້ານຈິດໃຈຂອງປະຊາຊົນແຕ່ລະຄົນ, ແຕ່ລະອົງການ. ຄວາມຮັບຮູ້ຢ່າງຖືກຕ້ອງ, ການກະທຳທີ່ມີຫົວຄິດປະດິດສ້າງ, ວັດທະນະທຳ ໂຮ່ຈີມິນ ຈະແມ່ນກຳລັງໜູນທີ່ສຳຄັນ ເພື່ອໃຫ້ພວກເຮົາສ້າງລະບົບມູນຄ່າແຫ່ງຊາດ, ລະບົບມູນຄ່າວັດທະນະທຳ, ລະບົບມູນຄ່າ ຊາວຫວຽດນາມ ໃນຍຸກສະໄໝ ໂຮ່ຈີມິນ, ສ້າງກຳລັງໜູນເພື່ອໃຫ້ພວກເຮົາສືບຕໍ່ຍູ້ແຮງພາລະກິດແຫ່ງການນະວັດຕະກຳ.

ຕອບກັບ

ຂ່າວ/ບົດ​ອື່ນ