ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຕ້ອນຮັບທ່ານເອກອັກຄະລັດຖະທູດລາຊະອານາຈັກອັງກິດ

(VOVWORLD) -ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ສະເໜີວ່າ ສອງຝ່າຍ ຈົ່ງເພີ່ມທະວີການສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນແລະກັນໃນບັນດາເວທີປາໄສສາກົນ, ເວທີປາໄສຫຼາຍຝ່າຍ ແລະ ການພັດທະນາການພົວພັນລະຫວ່າງ ອັງກິດ ກັບອາຊຽນ ຕື່ມອີກ

ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຕ້ອນຮັບທ່ານເອກອັກຄະລັດຖະທູດລາຊະອານາຈັກອັງກິດ - ảnh 1 ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝຸຈ້ອງ ຕ້ອນຮັບທ່ານ Gareth Ward ເອກອັກຄະລັດຖະທູດ ລາຊະອານາຈັກອັງກິດ ປະຈໍາຫວຽດນາມ

ຕອນບ່າຍວັນທີ 1 ກັນຍາ, ທີ່ການຕ້ອນຮັບທ່ານ Gareth Ward ເອກອັກຄະລັດຖະທູດ ລາຊະອານາຈັກອັງກິດ ປະຈໍາຫວຽດນາມ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝຸຈ້ອງ ໄດ້ອວຍພອນ ທ່ານ Gareth Ward ເນື່ອງໃນໂອກາດເລີ່ມດໍາເນີນຕໍາແໜ່ງເປັນເອກອັກຄະລັດຖະທູດແຫ່ງ ລາຊະອານາຈັກ ອັງກິດ ປະຈໍາຫວຽດນາມ ເຊິ່ງກົງກັບໂອກາດ ສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ ໃນສະພາບການ ທີ່ການພົວພັນລະຫວ່າງ ຫວຽດນາມ - ອັງກິດ ພວມພັດທະນາຢ່າງດີງາມໃນທຸກຂົງເຂດ. ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຢັ້ງຢືນວ່າ ຫວຽດນາມ ຖືເປັນສໍາຄັນທີ່ຕັ້ງ, ບົດບາດຂອງລາຊະອານາຈັກອັງກິດ, ພ້ອມທັງປາດຖະໜາຢາກຍູ້ແຮງການພົວພັນຮ່ວມມືລະຫວ່າງສອງຝ່າຍໃນທຸກຂົງເຂດ ກວ່າອີກ ເຊັ່ນ ເສດຖະກິດ, ການຄ້າ, ການລົງທຶນ, ການເງິນ, ວັດທະນະທໍາ, ການສຶກສາ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ເພີ່ມທະວີການພົວພັນແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ພົບປະແລກປ່ຽນໃນທຸກທາງຝ່າຍພັກ, ສະພາແຫ່ງຊາດ, ບັນດາທ້ອງຖິ່ນ ແລະ ປະຊາຊົນລະຫວ່າງສອງປະເທດ. ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ສະເໜີວ່າ ສອງຝ່າຍ ຈົ່ງເພີ່ມທະວີການສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນແລະກັນໃນບັນດາເວທີປາໄສສາກົນ, ເວທີປາໄສຫຼາຍຝ່າຍ ແລະ ການພັດທະນາການພົວພັນລະຫວ່າງ ອັງກິດ ກັບອາຊຽນ ຕື່ມອີກ;  ນອກຈາກນັ້ນ, ທ່ານເລຂາທິການໃຫຍ່ກໍໄດ້ອວຍພອນທ່ານ Gareth Ward ຈະປະຕິບັດໜ້າທີ່ທາງການທູດທີ່ໄດ້ມອບໝາຍ ໃຫ້ປະສົບຜົນສໍາເລັດ, ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດຫວຽດນາມ - ອັງກິດ ນັບມື້ນັບພັດທະນາຢ່າງດີງາມ.

ຕອບກັບ

ຂ່າວ/ບົດ​ອື່ນ