ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ພົບປະເຈລະຈາກັບທີ່ປຶກສາແຫ່ງລັດ ມຽນມາ Aung San Suu Kyi

(VOVWORLD) - ຕອນເຊົ້າວັນທີ 25 ສິງຫາ, ທີ່ທຳນຽບປະທານາທິບໍດີ ມຽນມາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ມີການພົບປະກັບທີ່ປຶກສາແຫ່ງລັດ ມຽນມາ ທ່ານນາງ Aung San Suu Kyi.
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ພົບປະເຈລະຈາກັບທີ່ປຶກສາແຫ່ງລັດ ມຽນມາ Aung San Suu Kyi - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ພົບປະເຈລະຈາກັບທີ່ປຶກສາແຫ່ງລັດ ມຽນມາ Aung San Suu Kyi (ພາບ: TTXVN)

ການນຳ 2 ທ່ານໄດ້ໂອ້ລົມແລກປ່ຽນກັນຢ່າງສະໜິດສະໜົມກ່ຽວກັບການພົວພັນ ຫວຽດນາມ - ມຽນມາ, ການພົວພັນລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກສະຫະພັນແຫ່ງຊາດເພື່ອປະຊາທິປະໄຕ ມຽນມາ (NLD).

        ພາຍຫລັງການພົບປະ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ດຳເນີນການເຈລະຈາຮ່ວມກັບທ່ານນາງ Aung San Suu Kyi ທີ່ປຶກສາແຫ່ງລັດ. ນະທີ່ນີ້, ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນຂອງພັກ, ລັດຖະບານ, ລັດ, ສະພາແຫ່ງຊາດ ເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ປັບປຸງການພົວພັນມິດຕະພາບ, ຊຸກຍູ້ການຮ່ວມມືຢ່າງຮອບດ້ານ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ທ່ານນາງ Aung San Suu Kyi ທີ່ປຶກສາແຫ່ງລັດ ເຫັນດີນຳກັນວ່າ 2 ຝ່າຍຄວນເພີ່ມທະວີການສົມທົບກັນ, ແລກປ່ຽນຂໍ້ມູນຂ່າວສານ, ທາບທາມຄວາມເຫັນ, ສະໜັບສະໜູນເຊິ່ງກັນ ແລະ ກັນທີ່ບັນດາເວທີປາໄສຫລາຍຝ່າຍ, ພາກພື້ນ ແລະ ສາກົນ. ໃນນັ້ນ ຮັກສາຄວາມສາມັກຄີ, ເອກະພາບ ແລະ ເສີມຂະຫຍາຍບົດບາດໃຈກາງ ແລະ ນຳພາຂອງ ອາຊຽນ ໃນໂຄງປະກອບຄວາມໝັ້ນຄົງພາກພື້ນ. ກ່ຽວກັບບັນຫາທະເລຕາເວັນອອກ ການນຳ 2 ທ່ານສະໜັບສະໜູນບັນດາຄວາມມານະພະຍາຍາມຊຸກຍູ້ແກ້ໄຂການຂັດແຍ້ງກັນດ້ວຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ປະຕິບັດຖະແຫຼງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ເຊັນກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວ.

ແລະ ກໍ່ໃນວັນດຽວກັນ, ຢູ່ນະຄອນຫຼວງ Naypyidaw, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານຈອມພົນ Min Aung Hlaing, ຫົວໜ້າກົມເສນາທິການບັນດາກຳລັງປະກອບອາວຸດ ມຽນມາ. ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະແດງຄວາມປາຖະໜາຢາກເຮັດໃຫ້ການຮ່ວມມືລະຫວ່າງສອງກອງທັບ ແລະ ກຳລັງປະກອບອາວຸດສອງປະເທດນັບມື້ນັບພັດທະນາ, ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນໃຫ້ການພົວພັນສອງປະເທດບົນຈິດໃຈການພົວພັນຄູ່ຮ່ວມມື ຮ່ວມມືຮອບດ້ານ ເຊິ່ງການນຳຂັ້ນສູງສອງປະເທດຫາກໍ່ສ້າງຂຶ້ນໃນການຢ້ຽມຢາມ ມຽນມາ ຄັ້ງນີ້ ຂອງຄະນະຜູ້ແທນຂັ້ນສູງ ຫວຽດນາມ.

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ພົບປະເຈລະຈາກັບທີ່ປຶກສາແຫ່ງລັດ ມຽນມາ Aung San Suu Kyi - ảnh 2 ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານຈອມພົນ Min Aung Hlaing

ສ່ວນ ທ່ານຈອມພົນ Min Aung Hlaing ກໍ່ຢືນຢັນວ່າສອງປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຮ່ວມມືກຳກັນ; ກຳລັງປະກອບອາວຸດ ມຽນມາ ຈະມານະພະຍາຍາມ, ຮີບເຮັ່ງຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ຕົກລົງກ່ຽວກັບການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ, ສືບຕໍ່ເພີ່ມທະວີ ແລະ ພັດທະນາສາຍພົວພັນຮ່ວມມືລະຫວ່າງກຳລັງປະກອບອາວຸດໃນໄລຍະຈະມາເຖິງກວ່າອີກ.

ໃນວັນດຽວກັນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກໍ່ໃຫ້ການຕ້ອນຮັບທ່ານ Than Htay ປະທານພັກສາມັກຄີ ແລະ ພັດທະນາສະຫະພາບມຽນມາ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຮັບຮູ້ ແລະ ຕີລາຄາສູງການປະກອບສ່ວນຢ່າງຕັ້ງໜ້າຂອງພັກສາມັກຄີ ແລະ ພັດທະນາ ມຽນມາ ສຳລັບການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ, ສ້າງພື້ນຖານຢ່າງໝັ້ນຄົງໃຫ້ສອງປະເທດສ້າງຂອບເຂດການພົວພັນຄູ່ຮ່ວມມື, ຮ່ວມມືຮອບດ້ານໃນປັດຈຸບັນ.

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ພົບປະເຈລະຈາກັບທີ່ປຶກສາແຫ່ງລັດ ມຽນມາ Aung San Suu Kyi - ảnh 3 ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກໍ່ໃຫ້ການຕ້ອນຮັບທ່ານ Than Htay ປະທານພັກສາມັກຄີ ແລະ ພັດທະນາສະຫະພາບມຽນມາ

ສ່ວນທ່ານ Than Htay ປະທານພັກສາມັກຄີ ແລະ ພັດທະນາສະຫະພາບມຽນມາກໍ່ຢືນຢັນຍາມໃດກໍ່ຖືເປັນສຳຄັນເລື່ອງຮັກສາ ແລະ ພັດທະນາການພົວພັນຮ່ວມມືມິດຕະພາບກັບລັດຖະບານ ຫວຽດນາມ ແລະ ພັກກອມມູນິດ ຫວຽດນາມ ເພື່ອການພັດທະນາຂອງສອງປະເທດ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ