ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສິ້ນສຸດການຢ້ຽມຢາມບາງປະເທດ ເອີລົບ ຕາເວັນຕົກ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສິ້ນສຸດການຢ້ຽມຢາມບາງປະເທດ ເອີລົບ ຕາເວັນຕົກ - ảnh 1
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢູ່ ລາຊະອານາຈັກ ອັງກິດ
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) – ຕອນ​ບ່າຍ​ວັນ​ທີ 24/1, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ໄດ້ມາ​ຮອດ ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ ລາຊະ​ອານາຈັກ ​ແບນ​ຊິກ ​ແລະ ສະຫະພາບ ​ເອີ​ລົບ, ຢ້ຽມຢາມ​ທາງ​ລັດຖະກິດ ສ ອີ​ຕາ​ລີ, ຢ້ຽມຢາມ​ລາຊະ​ອານາຈັກ ​ອັງກິດ ​ແລະ ​ໄອ​​ແລນ​ເໜືອ ​ແຕ່​ວັນ​ທີ 17 – 24/1/2013 ຢ່າງ​ເປັນ​ທາງ​ການ.​ ນີ້​ແມ່ນ​ການ​ຢ້ຽມຢາມທີ່​ມີ​ລັກສະນະ​ປະຫວັດສາດ, ​​ແມ່ນ​ການ​ຢ້ຽມຢາມ​ທຳ​ອິດ​​​ຂອງ ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເຖິງ​ບາງ​ປະ​ເທດ ​ເອີ​ລົບ ຕາ​ເວັນ​ຕົກໃນ​ຖານະ​ຕຳ​ແໜ່​ງ​​ແມ່ນ​ຜູ້ນຳ​​ພັກ​ກອມ​ມູນິດ​ຫວຽດນາມ. ການ​ຢ້ຽມຢາມ​ຄັ້ງ​ນີ້ ​ເພື່ອ​ແນ​ໃສ່​ສືບ​ຕໍ່​ຜັນ​ຂະຫຍາຍ​​ແນວທາງ​ການ​ພົວພັນ​ຕ່າງປະ​ເທດ​ເອກະ​ລາດ ອະທິປະ​ໄຕ, ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ, ຫັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ ຫວຽດນາມ ຢ່າງ​ຄົບ​ຊຸດ, ຮອບດ້ານ, ຢັ້ງຢືນ​ແຜນ​ນະ​ໂຍບາຍ​ຖື​ການ​ຊຸກຍູ້, ການ​ພັດທະນາ​ການ​ພົວພັນ​ລະຫວ່າງ ຫວຽດນາມ ກັບ ອີ​ຢູ ​ແລະ ກັບ​ບັນດາ​ປະ​ເທດ​ມີ​ບົດບາດ​ສຳຄັນຢູ່ ​ເອີ​ລົບ ເປັນ​ສຳຄັນ. ​ພາຍຫຼັງ​ພາກ​ຂ່າວ, ​ເຊີ່ນ​ທ່ານ​​ຮັບ​ຟັງ​ບົດ ​ທີ່​ພາດ​ຫົວ​ຂໍ້​ວ່າ “ກຳລັງ​ໜູນ​ແຫ່ງ​ການ​ພັດທະນາ​ການ​ພົວພັນລະຫວ່າງ​ ຫວຽດນາມ ກັບ​ບັນດາ​ປະ​ເທດ ​ເອີ​ລົບ ຕາ​ເວັນ​ຕົກ.


ຂ່າວ/ບົດ​ອື່ນ