ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຂົ້າຮ່ວມກອງປະຊຸມ ການຕ່າງປະເທດຄັ້ງທີ 27

ກອງ​ປະຊຸມ​ການ​ຕ່າງປະ​ເທດ​ຄັ້ງ​ທີ 27 ດ້ວຍ​ຫົວ​ຂໍ້​ວ່າ “​ເປັນ​ເຈົ້າ​ການ, ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າກັບສາກົນ ​ແລະ ຜັນ​ຂະຫຍາຍ​ ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຕ່າງປະ​ເທດຢ່າງ​ຄົບ​ຊຸດ, ຮອບດ້ານ, ປະກອບສ່ວນ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ພັກ​ກອມ​ມູນິດ​ຫວຽດນາມຢ່າງ​ມີ​ໄຊ” ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 12 ທັນວາ ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ຢັ້ງຢືນ​ບົດບາດ​ສຳຄັນ​ຂອງ​ແນວ​ໂຮມ​ການ​ຕ່າງປະ​ເທດ ​ແລະ ຊີ້​ແຈງ​ບັນດາ​ຜົນງານ​ດ້ານການ​ຕ່າງປະ​ເທດທີ່​ບັນລຸ​ໄດ້​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ. ທ່ານ​ເລຂາທິການ​​ໃຫຍ່ ຮຽກຮ້ອງ​ກອງ​ປະຊຸມ​ຄວນ​ສະຫຼຸບ​ບັນດາ​ບົດຮຽນ, ຖອດ​ຖອນ​ບົດ​ຮຽນ ​ແລະ ສະ​ເໜີ​ມາດ​ຕະການ, ຂໍ້​ສະ​ເໜີ​​ ຕໍ່​ພັກ ​ແລະ ລັດ, ​ເພື່ອ​ຊ່ວຍ​ໃຫ້​ວຽກ​ງານ​ການ​ຕ່າງປະ​ເທດນັບ​ມື້​ນັບ​ມີ​ປະສິດທິ​ຜົນ​ກ່ວາ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ຊີ້​ແຈງ​ວ່າ:

“​ແນວ​​ຄິດ​ຊີ້ນ​ຳຂອງ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ແມ່ນ​ປະຕິບັດແນວທາງ​ການ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ສັນຕິພາບ, ຮ່ວມ​ມື ​ແລະ ພັດທະນາ​ ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​ຫັນ​ການ​ພົວພັນ ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ; ​ແມ່ນ​ເພື່ອ​ນມິດ, ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ້​​ເນື້ອ​ເຊື່ອ​ໃຈ ​ແລະ ສະມາຊິກ​ທີ່ມີ​ຄວາມ​ຮັບຜິດຊອບ​ໃນ​ປະຊາ​ຄົມ​ໂລກ, ຮ່ວມ​ມື​ຢ່າງ​ສະ​ເໜີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດກັບ​ທຸກໆປະ​ເທດ ​​ບົນ​ພື້ນຖານ​ບັນດາ​ຫຼັກການ​ພື້ນຖານ​ຂອງ​ກົດ​ບັດ ສປຊ ​ແລະ ກົດໝາຍ​ສາກົນ”
ທີ່​ວາລະ​ໄຂ, ການ​ນຳ​ບັນດາ​ຄະນະ, ກະຊວງ, ຂະ​ແໜງ​ການ​ໄດ້​ກ່າວ​ຄຳ​ເຫັນ, ຕີ​ລາຄາ​ສູງ​ບັນດາ​ຜົນສຳ​ເລັດ​ດ້ານ​ການ​ພົວພັນ​ຕ່າງປະ​ເທດ​ໃນ​ຊຸມ​ປີຜ່ານມາ, ພ້ອມ​ກັນ​ນັ້ນ ກໍ່​ສະ​ເໜີ​ບັນດາ​ມາດ​ຕະການ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ວຽກ​ງານ​ການ​ຕ່າງປະ​ເທດ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງກ່ວາ​ອີກ.

ກອງ​ປະຊຸມ​ຈະ​ສືບ​ຕໍ່​ເຮ​ັດວຽກ​ຮອດ​ວັນ​ທີ 19/12/2011 ດ້ວຍ​ບັນດາ​ວາລະ​ປຶກສາ​ຫາລື​ຕາມ​ບັນດາ​ຫົວ​ຂໍ້: ການ​ຕ່າງປະ​ເທດ​ທາງ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ຂໍ້​ມູນ​ຂ່າວສານ​ໂຄສະນາ​ການ​ຕ່າງປະ​ເທດ, ວຽກ​ງານ​ທີ່​ມີ​ຕໍ່​ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ການ​ປົກ​ປ້ອງ​ພົນລະ​ເມືອງ.

ຂ່າວ/ບົດ​ອື່ນ