ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເຮັດວຽກກັບVCCI

ຕອນ​ເຊົ້າ​ວັນ​ທີ 17/12, ທີ່​ການ​ເຮັດ​ວຽກ​ກັບ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ VCCI, ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຕີ​ລາຄາ​ສູງ​ບົດບາດ​ຂອງ​ປະຊາ​ຄົມ​ວິ​ສາ​ຫະກິດ, ນັກ​ທຸ​ລະ​ກິດ​ໃນ​ວິວັດ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ. ທ່ານ​ເລຂາທິການ​ໃຫຍ່​ໃຫ້​ຮູ້​ວ່າ: ນັກ​ທຸ​ລະ​ກິດ​ຫວຽດນາມ ມີ​ຈຸດ​ລວມກັບ​ນັກ​ທຸ​ລະ​ກິດ​ໂລກ ​ແຕ່​ມີ​ຈຸດ​ສະ​ເພາະ ຍ້ອນ​ວ່າ​ຮູບ​ແບບ​ເສດຖະກິດ​ຂອງ​ຫວຽດນາມ​ແມ່ນ​ເສດຖະກິດ​ການ​ຕະຫລາດ​ຕາມ​ການ​ກຳນົດ​ທິດ​ສັງຄົມ​ນິຍົມ. ​ເພາະ​ສະ​ນັ້ນ ນັກທຸລະກິດ​ຫວຽດນາມ ຕ້ອງ​ຕິດ​ພັນ​ກັບ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ໄປ​ຄຽງ​ຄູ່​ກັບ​ຄວາມ​ກ​້າວຫນ້າ ​ແລະ ຄວາມ​ຍຸ​ຕິ​ທຳ​ສັງຄົມ.

        “ນັກທຸລະກິດ​ຫວຽດນາມ ຕ້ອງ​ຮູ້ຈັກ​ດຳ​ເນີນ​ທຸ​ລະ​ກິດ​ເກັ່ງ, ຮູ້ຈັກ​ເຖິງ​ຕະຫລາດ​ການ​ຄ້າ, ຕ້ອງ​ມີ​ທຶນຮອນ,​ ມີ​ກົນ​ໄກ​ນະ​ໂຍບາຍ, ຮາກ​ຖານ​ການ​ຜະລິດ ​ແຕ່​ຕ້ອງ​ເວົ້າ​ເຖິງ​ນ້ຳ​ໃຈ​ຮັກ​ຊາດ, ​ເພື່ອ​ຕົນ​ເອງ, ​ເພື່ອ​ທຸກ​ຄົນ.“

ຕອບກັບ

ຂ່າວ/ບົດ​ອື່ນ