ທ່ານເລຂາທິການໃຫ່ຍ ຫງວຽນຟູຈ້ອງຢ້ຽມຢາມ ຕາແສງວຸບານ, ເມືອງບິ່ງລຸກ, ແຂວງຮ່ານາມ


ທ່ານເລຂາທິການໃຫ່ຍ ຫງວຽນຟູຈ້ອງຢ້ຽມຢາມ ຕາແສງວຸບານ, ເມືອງບິ່ງລຸກ, ແຂວງຮ່ານາມ - ảnh 1 

ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງຢ້ຽມຢາມ​ຮູບ​ແບບ​ລ້ຽງ​ໝູ

(ພາບ: http://citinews.net )

(vovworld) – ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກກັບພະນັກງານ, ປຊຊ ຕາ​ແສງ​ວຸບານ​ເມື່ອ​ຕອນ​ເຊົ້າວັນ​ທີ 2/8, ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ​ໃສ່​ໃຈວ່າ, ການ​ຜະລິດ​ກະສິກຳ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ, ນຳ​ໃຊ້​ວິທະຍາສາດ​ເຄື່ອງ​ຈັກ​ເຂົ້າ​ໃນ​ການ​ຜະລິດ​ພາ​ໄປ​ເຖິງ​ຄົນ​ງານ​ເຫຼືອ, ສະນັ້ນ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຕ້ອງ​ມີ​ນະ​ໂຍບາຍ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ຢູ່​ກັບ​ທີ່, ​ເອົາໃຈ​ໃສ່​ຕໍ່​ການ​ບຳລຸງ​ສ້າງ​ວິຊາ​ຊີບ ​ແລະ ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນ​ມະນຸດ; ຄຽງ​ຄູ່​ກັນນັ້ນສືບ​ຕໍ່​ສ້າງ​ອົງການຈັດຕັ້ງພັກ​ປອດ​​ໃສ​ຂາວ​ສະອາດ, ໝັ້ນຄົງ​ເຂັ້ມ​ແຂງ; ກະກຽມຈັ​ດກອງ​ປະຊຸມ​ໃຫ່ຍອົງຄະ​ນະພັກ​ຕາ​ແສງ​ເປັນຢ່າງ​ດີ.

  ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ກໍ່​ໄປ​ຢ້ຽມຢາມ​ຮູບ​ແບບ​ລ້ຽງສັດ​ດີ​ເດັ່ນ​ຈຳນວນ 1 ຂອງ​ທ້ອງ​ຖິ່ນ./.

ຂ່າວ/ບົດ​ອື່ນ