ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽນດາມ ຫງວຽນຟູ້ຈ້ອງ ເຮັດວຽກກັບສະພາທິດສະດີສູນກາງ

ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽນດາມ ຫງວຽນຟູ້ຈ້ອງ ເຮັດວຽກກັບສະພາທິດສະດີສູນກາງ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມມູນິດຫວຽນ​ດາມ ຫງວຽນ​ຟູ້ຈ້ອງ ກ່າວຄຳເຫັນທີ່ການເຮັດວຽກກັບສະພາ ທິດ​ສະ​ດີ​ສູນ​ກາງ

​(vovworld)- ທີ່​ການ​ເຮັດ​ວຽກ​ເມື່ອ​ຕອນ​ເຊົ້າວັນ​ທີ 26/6, ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມມູນິດຫວຽນ​ດາມ ຫງວຽນ​ຟູ້ຈ້ອງ ​ໄດ້​ຮັບ​ຮູ້​ບັນດາ​ໝາກຜົນ​ປະຕິບັດ​ວຽກ​ງານ​ທີ່​ສະພາ ທິດ​ສະ​ດີ​ສູນ​ກາງບັນລຸ​ໄດ້​ໃນ​ບັນດາ​ຂົງ​ເຂດ​ໃນ​ໄລຍະ​ທີ່​ຜ່ານ​ມາ. ສະພາ​ທິດ​ສະ​ດີ​ສູນ​ກາງ​ໄດ້​ສຳ​ເລັດໜ້າ​ທີ່​ແມ່ນ​ອົງການ​ປະຈຳການ​ຂອງ​ຄະນະ​ຊີ້​ນຳ​ສະຫຼຸບ 30 ປີ​ແຫ່ງ​ການ​ປ່ຽນ​ແປ​ງ​ໃໝ່, ບັນລຸ ບາດກ້າວ​ໃໝ່​ໃນ​ການ​ເຂົ້າ​ຮ່ວມ​ສ້າງ​ຮ່າງເອກະສານກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ; ຕໍ່ສູ້​ປົກ​ປັກ​ຮັກສາ​ແນວທາງ, ທັດສະນະ​ຂອງ​ພັກ, ​ເພີ່ມ​ທະວີ​ການ​ແລກປ່ຽນ, ສົນທະນາ​ດ້ານ​ທິດ​ສະ​ດີ....

     ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມມູນິດຫວຽນ​ດາມ ຫງວຽນ​ຟູ້ຈ້ອງ ​ໄດ້​ເຫັນ​ດີ​ກັບ 6 ໜ້າ​ທີ່​ພື້ນຖານ​ຊຶ່ງ ສະພາ​ທິດ​ສະ​ດີ​ສູນ​ກາງ​ໄດ້​ວາງ​ອອກ​ໃນ​ທ້າຍ​ປີ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ 3 ໜ້າ​ທີ່​ຈຸດ​ສຸມ​ຄວນ​ສຸມ​ໃສ່​ປະຕິບັດ​ເປັນ​ຢ່າງ​ດີ​ຄື: ສ້າງ​ຮ່າງ​ບົດ​ລາຍ​ງານ​ສະຫຼຸບ 30 ປີ​ແຫ່ງ​ການ​ປ່ຽນ​ແປ​ງ​ໃໝ່, ​ເຂົ້າ​ຮ່ວມ​ກະກຽມ​ບັນດາ ຮ່າງເອກະສານຍືນ​ສະ​ເໜີ​ຕໍ່ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ສ້າງ​ສຳ​ເລັດ 31 ຫົວ​ເລື່ອງ​ໃນ​ໂຄງການ​ຈຸມສຸມ​ລະດັບ​ຊາດ​ກ່ຽວ​ກັບ​ການ​ຄົ້ນ​ຄ້ວາ​ວິທະຍາສາດ​ທິດ​ສະ​ດີກາ​ນ​ເມືອງ. 

ຂ່າວ/ບົດ​ອື່ນ