ທ່ານເລຂາທິການໃຫຍ່ຫວຽດນາມ Nguyen Phu Trong ສືບຕໍ່ຢ້ຽມຢາມສ.ກູຍບາ

ທ່ານເລຂາທິການໃຫຍ່ຫວຽດນາມ Nguyen Phu Trong ສືບຕໍ່ຢ້ຽມຢາມສ.ກູຍບາ - ảnh 1
ທ່ານ​​ເລຂາທິຫານ​ໃຫຍ່ Nguyen Phu Trong ຕ້ອນຮັບ
​ທ່ານນາງ Marta Roja ​ຮອງ​ປະທານ​ສະມາຄົມ​ມິດຕະພາບ​ກູ​ຍບາ - ຫວຽດນາມ
( ພາບ: vietnamplus.vn )

( vovworld ) –   ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ສັນຕະວະ​ໄມຕີ​ສ.ກູ​ຍບາ​ຢ່າງ​ເປັນ​ທາງ​ການ, ຕອນ​​ເຊົ້າ​ວັນ​ທີ 14/4, ທ່ານ​​ເລຂາທິຫານ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽ​ດນາມ Nguyen Phu Trong ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ການ​ນຳ​ສະມາຄົມ​ມິດຕະພາບ​ກູ​ຍບາ - ຫວຽດນາມ ​ໂດຍ​ທ່ານນາງ​ຮອງ​ປະທານ​ສະມາຄົມ Marta Roja ນຳ​ໜ້າ​ເຂົ້າ​ຢ້ຽມ​ຄຳນັບ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​​ເລຂາທິຫານ​ໃຫຍ່ Nguyen Phu Trong ​ໄດ້​​ເນັ້ນ​ໜັກ​​ເຖິງ​ນ້ຳ​ໃຈ​ອັນ​ຍິ່ງ​ໃຫຍ່​ລະຫວ່າງ​ສອງ​ຊາດ​ຫວຽ​ດນາມ - ກູ​ຍບາ ບໍ່ພຽງ​ແຕ່​ສະ​ແດງ​ອອກ​ໃນ​ສາຍພົວພັນລະຫວ່າງ​ສອງ​ພັກ, ສອງ​ລັດ​ເທົ່ານັ້ນ ຫາກ​ຍັງ​ໃນ​ແຕ່ລະຄົນ​ຢ່າງ​ລະອຽດອີກ​ດ້ວຍ. ຊຸມ​ເດືອນ​ປີ​ໄດ້ຜ່ານ​ພົ້ນໄປ, ​ເງື່ອນ​ໄຂສະພາວະປະຈຸ​ບັນ​ກໍ​ຕ່າງ​​ເກົ່າ​ແລ້ວ ​ແຕ່​ນ້ຳ​ໃຈຂອງ​ເພື່ອນ​ມິດ​ກູ​ຍບາ ທີ່​ມີ​ຕໍ່ຫວຽດນາມ ຍັງ​ຄົງ​ເໝືອນ​ເດີມ. ທ່ານ​​ເລຂາທິຫານ​ໃຫຍ່ Nguyen Phu Trong ​ໄດ້​ສະ​ເໜີ​ໃຫ້ສອງ​ສະມາຄົມ​ມິດຕະພາບ​ຈົ່ງ​ມີ​ຮູບ​ແບບ​ສຶກສາອົບຮົມ​ສາຍ​ພົວພັນ​ອັນ​ດີງາມ​ລະຫວ່າງ​ສອງ​ຊາດ ​ເພື່ອ​ໃຫ້​ລຸ້ນໜຸ່ມສືບ​ທອດ​ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ນັ້ນ​ຕະຫຼອ​ດ​ໄປ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​​ເລຂາທິຫານ​ໃຫຍ່ Nguyen Phu Trong ​ໄດ້​ຕອບສຳພາດນັກ​ຂ່າວ​ໜືງສື​ພິມ Gramma, ​ສຽງ​ຂອງ​ພັກ​ກອມ​ມູນິດ​ກູ​ຍບາ, ກ່ຽວ​ກັບ​ບັນດາ​ຜົນງານ​ທີ່​ດີ​ເດັ່ນ​ຂອງ​ການ​ຢ້ຽມຢາມ​ສັນຕະວະ​ໄມຕີ​ສ.ກູ​ຍບາ ຢ່າງ​ເປັນ​ທາງ​ການ ຄັ້ງ​ນີ້, ກ່ຽວ​ກັບ​ແນວທາງ​ປ່ຽນ​ແປງ​ໃໝ່, ບັນດາ​ທັດສະນະ​ພື້ນຖານ​ກ່ຽວ​ກັບ​ລັດທິ​ສັງຄົມນິຍົມ​ ​ແລະ ​ເສັ້ນ​ທາງ​ກ້າວ​ຂຶ້ນ​ສູ່ລັດທິ​ສັງຄົມ​ນິຍົມຢູ່​ຫວຽ​ດນາມ ກໍ່​ຄື​ແງ່​ຫວັງ​ການ​ພົວພັນ​ຂອງ​ສອງ​ພັກ, ສອງ​ລັດ​​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ.

        ​ແລະ​ກໍ​ໃນ​ວັນ​ດຽວກັນ, ບັນດາ​ສະມາຊິກ​ໃນ​ຄະນະຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ມີ​ບັນດາ​ການ​ພົບ​ປ​ະກັບ​ການ​ນຳ​ກະຊວງ, ຂະ​ແໜງ​ການ​ຕ່າງໆ​ຂອງ​ກູ​ຍບາ. ທີ່​ບັນດາ​ການ​ພົບ​ປະລະ​ຫວ່າງ​ການ​ນຳ​ກະຊວງ​ສາທາລະນະ​ສຸກ, ກະຊວງ​ມະຫາວິທະຍາ​ໄລ​ກູ​ຍບາ ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan, ກູ​ຍບາ ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ຮ່ວມ​ມື​ບຳລຸງ​ສ້າງ​ຖັນ​ແຖວ​ແພດ​ໝໍ, ຜູ້​ຊ່ຽວຊານ​ສາທາລະນະ​ສຸກ, ສະ​ໜອງ​ບັນດາ​ຜະລິດຕະພັນການ​ແພດ​ທີ່​ກ້າວໜ້າ​ຂອງ​ກູ​ຍບາ ໃຫ້​ຫວຽດນາມ . ກໍ​ໃນ​ວັນ​ດຽວ​ກັນ, ທ່ານ Pham Quang Nghi, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະ​ຄອນຮ່າ​ໂນ້ຍ ພ້ອມ​ກັບ​ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການຕ່າງໆ​ຂອງ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ພິທີ​ຕັດ​ແທບ​ຜ້າເປີດສະຫຼອງ​ເສັ້ນທາງ​​ແສງສະຫວ່າງມິດຕະພາບ​ຢູ່​​ໃຈກາງ​ນະຄອນຫຼວງ Lahabana ​ໂດຍ​ຫວຽ​ດນາມ ອຸປະຖຳ.
  ເນື່ອງໃນໂອກາດການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ Nguyen Phu Trong, ສອງປະເທດໄດ້ອອກຖະແຫຼງການຮ່ວມຫວຽດນາມ - ກູຍບາ ໂດຍຊີ້ແຈງວ່າ ຫວຽດນາມດ້ວຍຫຼັກໝັ້ນສະເໝີຕົ້ນສະເໝີປາຍ,ສະໜັບສະໜູນພາລະກິ້ຕໍ່ສູ້ອັນຊອບທຳ ຂອງປະຊາຊົນກູຍບາ ໂດຍທວງໃຫ້ອາເມລິກາ ຢຸດຕິ​ການ​ປິດ​ລ້ອ​ມຂວ້ຳ​ບາດ​ຕ້ານ​ກູ​ຍບາ. ກູ​ຍບາ​ຕີ​ລາຄາ​ສູງ​ທີ່​ຕັ້ງ​ບົດບາດ​ທີ່​ນັບ​ມື້​ນັບ​ສູງ​ຂຶ້ນ​ຂອງ​ຫວຽດນາມ​ໃນ​ພາກພື້ນ ​ແລະ ສາ​ກົມ. ສອ​ຝ່າຍ​ເຫນ​ດີ​ສຶບຕໍ່​ປັບປຸງ​ສາຍ​ພົວພັນ​ດ້ານ​ການ​ເມືອງ, ​ເປີດ​ກວ້າງ​ການ​ຮ່ວມ​ມືສອງ​ຝ່າຍ ​ແລະ ​ອື່ນໆ.

ຂ່າວ/ບົດ​ອື່ນ