ທ່າ​ນເລ​ເຂ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ສົ່ງ​ສານ​ຊົມ​ເຊີຍ​ພັກ​ຄອມ​ມູ​ນິດ ຍີ່​ປຸ່ນ

(VOVWORLD) - ທ່ານເລຂາທິການໃຫຍ່ ສະແດງຄວາມເຊື່ອໝັ້ນວ່າ ພັກຄອມມູນິດ ຍີ່ປຸ່ນ ຈະປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 29 ຢ່າງມີໄຊ, ນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ຍົກສູງອິດທິພົນຊື່ສຽງ, ທີ່ຕັ້ງໃນສັງຄົມຍີ່ປຸ່ນ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ ຢ່າງຕັ້ງໜ້າ.
ທ່າ​ນເລ​ເຂ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ສົ່ງ​ສານ​ຊົມ​ເຊີຍ​ພັກ​ຄອມ​ມູ​ນິດ ຍີ່​ປຸ່ນ - ảnh 1ທ່ານນາງ Tamura Tomoko ໄດ້ຮັບການເລືອກຕັ້ງເປັນປະທານຄະນະປະທານຄະນະບໍລິຫານງານສູນກາງພັກຄອມມູນິດ ຍີ່ປຸ່ນ ຊຸດທີ 29 (ພາບ: Kyodo/TTXVN)

ເນື່ອງໃນໂອກາດທ່ານນາງ Tamura Tomoko ໄດ້ຮັບການເລືອກຕັ້ງເປັນປະທານຄະນະປະທານຄະນະບໍລິຫານງານສູນກາງພັກຄອມມູນິດ ຍີ່ປຸ່ນ ຊຸດທີ 29, ວັນທີ 18 ມັງກອນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊົມເຊີຍກອງປະຊຸມໃຫຍ່ ຄັ້ງທີ 29 ຂອງພັກຄອມມູນິດ ຍີ່ປຸ່ນ ທີ່ປະສົບຜົນສຳເລັດຢ່າງຈົບງາມ ແລະ ທ່ານນາງ Tamura Tomoko ໄດ້ຮັບບັດໄວ້ວາງໃຈເລືອກຕັ້ງເປັນປະທານ ຄະນະປະທານຄະນະບໍລິຫານງານສູນກາງພັກຊຸດທີ  29.  ທ່ານເລຂາທິການໃຫຍ່ ສະແດງຄວາມເຊື່ອໝັ້ນວ່າ ພັກຄອມມູນິດ ຍີ່ປຸ່ນ ຈະປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 29 ຢ່າງມີໄຊ, ນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ຍົກສູງອິດທິພົນຊື່ສຽງ, ທີ່ຕັ້ງໃນສັງຄົມຍີ່ປຸ່ນ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ ຢ່າງຕັ້ງໜ້າ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍສະແດງຄວາມປະຕິຊົມຊື່ນຕໍ່ສາຍພົວພັນສາມັກຄີ, ມິດຕະພາບ ທີ່ເປັນມູນເຊື້ອລະຫວ່າງສອງພັກ ໄດ້ຮັບການປັບປຸງ ແລະ ພັດທະນາອັນດີງາມຢ່າງບໍ່ຢຸດຢັ້ງ; ພ້ອມທັງຢັ້ງຢືນວ່າ ພ້ອມແລ້ວທີ່ຈະພ້ອມກັບ ຄະນະການນຳຊຸດໃໝ່ຂອງພັກຄອມມູນິດ ຍີ່ປຸ່ນ ຮັກສາການແລກປ່ຽນ, ພົບປະ, ເພີ່ມທະວີການສົນທະນາບັນຫາທິດສະດີ ແລະ ສົມທົບກັນໃນບັນດາເວທີປາໄສຫຼາຍຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ