ທຳນຽບຂາວ ໂຮມການປະຊຸມດ່ວນປຶກສາຫາລືກ່ຽວກັບໄພນາບຂູ່ຈາກໄພກໍການຮ້າຍ

ທຳນຽບຂາວ ໂຮມການປະຊຸມດ່ວນປຶກສາຫາລືກ່ຽວກັບໄພນາບຂູ່ຈາກໄພກໍການຮ້າຍ - ảnh 1
(ພາບປະກອບ)

(vovworld) - ທຳນຽບຂາວ ​ໂຮມ​ການ​ປະຊຸ​ມດ່ວນ​ໃນ​ວັນ​ທີ 03 ສິງຫາ, ພາຍຫຼັງ​ມີ​ຄວາມວິຕົກ​ກັງ​ວົນ​ກ່ຽວ​ກັບ​​ໄພກໍ່​ການ​ຮ້າຍ​ເຊິ່ງ​ເຮັດ​ໃຫ້​ວໍ​ຊິງ​ຕັນ ຕ້ອງ​ຍົກ​ອອກ​ຄຳ​ກ່າວ​ເຕືອນ​ໃຫ້​ພົນລະ​ເມືອງ​ຂອງ​ອາ​ເມ​ລິ​ກາ ​ແລະ ອອກ​ຄຳ​ສັ່ງ​ໃຫ້​ແກ່​ບັນດາ​ສະຖານທູ​ດຢູ່ບັນດາ​ປະ​ເທດ​ອິດສະ​ລາມ ອັດ​ປະຕູ​ຊົ່ວຄາວ. ກອງ​ປະຊຸມ​ໄດ້​ດຳ​ເນີນ​ໄປ​ໃນ​ສະພາບ​ທີ່​ອົງການ​ຕຳຫຼວດ​ສາກົນ Interpol ​​ເຕືອນ​ໄພກ່ຽວ​ກັບ​ຄວາມ​ສະຫງົບ​ທົ່ວ​ໂລກ ພາຍ​ຫຼັງການ​ທຳລາຍ​ຄຸກຢູ່​ຫຼາຍ​ປະ​ເທດ​ໃນ​ມໍ່ໆ​ມາ​ນີ້ ​​​ເພື່ອ​ປ່ອຍ​ຕົວນັກ​ໂທດ​​ເຊິ່ງກ່ຽວ​ຂ້ອງ​ເຖິງ​ເຄືອ​ຄ່າ​ຍ Al Qaeda ນັບ​ຮ້ອຍ​ຄົນ​ໜີ​ໄປ, ກໍ່​ຄື​ກໍລະນີບັນ​ດາ​ຜູ້​ວາງ​ລະ​ເບີດ​ສະຫຼະ​ຊີບ ​ເຮັດ​ໃຫ້ 9 ຄົນ​ເສຍ​ຊີວິດ​ຢູ່​ສະຖານທູດ​ອີນ​ເດຍ ຢູ່​ນະຄອນ Jalalabad ຂອງ ອາບ​ກາ​ນິສຖານ. ກອງ​ປະຊຸມ​ໂດຍ​ທີ່​ປຶກສາ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ອາ​ເມ​ລິ​ກາ Susan Rice ​ເປັນ​ປະທານ, ດ້ວຍ​ການ​ເຂົ້າ​ຮ່ວມ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ John Kerry, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ Chuck Hagel...
ຂ່າວ/ບົດ​ອື່ນ