ນັກຊ່ຽວຊານArgentinaຍ້ອງຍໍສັນລະເສີນຜົນງານດ້ານເສດຖະກິດຫວຽດນາມ

ນັກຊ່ຽວຊານArgentinaຍ້ອງຍໍສັນລະເສີນຜົນງານດ້ານເສດຖະກິດຫວຽດນາມ - ảnh 1
(ພາບປະກອບ: An Hiếu/TTXVN)

(vovworld) - ຕໍ່ໜ້າ​ບັນດາ​ຜົນງານດ້ານ​ເສດຖະກິດ​ເຊິ່ງ ຫວຽດນາມ​ ບັນລຸ​ໄດ້​ໃນ​ຊຸມ​ປີຜ່ານມາ, ວັນ​ທີ 14/4, ທ່ານ Ezequiel Ramoneda, ຜູ້​ປະສານ​ງານ​ສູນ​ຄົ້ນ​ຄ້ວາ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຂຶ້ນ​ກັບ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ La Plata ຂອງ Argentina, ຕີ​ລາ​ສູງ​ການ​ພັດທະນາ​ເສດຖະກິດ​ທີ່​ຂະຫຍັນ​ຂັນ​ເຄື່ອນຂອງ ຫວຽດນາມ. ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ໜັງສື​ພິມ BBC ພາສາ​ແອດ​ສະ​ປາຍ ຈຳໜ່າຍ​ຢູ່ ອາ​ເມ​ລິ​ກາ​ລາຕີ​ນ, ທ່ານ Ramoneda ​ເນັ້ນ​ໜັກ​ວ່າ:​ ປີ 2014, ຫວຽດນາມ ​ໄດ້​ກາຍ​ເປັນ​ປະ​ເທດ​ສົ່ງ​ອອກ​ໃຫຍ່​ທີ່​ສຸດ​ຂອງ​ສະຫະ​ສະມາຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ (ອາ​ຊຽນ) ​ໄປ​ຍັງ ອາ​ເມ​ລິ​ກາ, ນຳ​ໜ້າ​​ບັນດາ​ປະ​ເທດ​ອື່ນ​ໆ​ຢູ່​ພາກ​ພື້ນ​ຄື: ​ໄທ, ມາ​ເລ​ເຊຍ ​ແລະ ຟີ​ລິບ​ຟີ​ນ. ທ່ານ Ramoneda ​ໃຫ້​ຂໍ້​ສັງ​ເກດ​ວ່າ: ໜຶ່ງ​ໃນ​ບັນດາ​ສາຍເຫດ​ທີ່​ພາ​ໃຫ້ ຫວຽດນາມ ກາຍ​ເປັນຈຸດ​ສຸມ​ທີ່​ດຶງ​ດູດ​ການລົງທຶນ​ຈາກ​ບັນດາ​ປະ​ເທດ​ຄື: ອາ​ເມ​ລິ​ກາ, ຍີ່ປຸ່ນ ຫຼື ຈີນ ​ແມ່ນ​ເລື່ອງ​ເປີດ​ປະຕູ​ພື້ນຖານ​ເສດຖະກິດ​ພ້ອມ​ກັບ​ບັນດາ​ນະ​ໂຍບາຍ​ແຫ່ງ​ລັດ​ທີ່​ມີ​ແຜນການ​ຍາວນານ.

 

 

ຂ່າວ/ບົດ​ອື່ນ