ນັກຊ່ຽວຊານສ.ເກົາຫຼີ ຕັ້ງຄວາມຫວັງກ່ຽວກັບບາດລ້ຽວພັດທະນາຂອງ ຫວຽດນາມ
(VOVWORLD) - ຕາມທ່ານສາດສະດາຈານແລ້ວ, ການກຳນົດທິດຍຸດທະສາດສຳຄັນທີ່ສຸດເຊິ່ງກອງປະຊຸມໃຫຍ່ XIV ຕ້ອງກຳນົດແມ່ນການຫັນປ່ຽນກ່ຽວກັບຄຸນນະພາບຂອງຮູບແບບການເຕີບໂຕ.
ພາບປະກອບ: TTXVN |
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ຮັບຄວາມຄາດຫວັງຈະກຳນົດວິໄສທັດພັດທະນາທີ່ມີລັກສະນະບາດລ້ຽວໃຫ້ແກ່ໄລຍະຮອດປີ 2030 ແລະ ໄກກວ່ານັ້ນແມ່ນປີ 2045. ນີ້ແມ່ນຂໍ້ສັງເກດຂອງທ່ານ ສາດສະດາຈານ, ປ.ອ ວັນນະຄະດີ Park Yeon Gwan, ພະແນກພາສາຫວຽດ, ມະຫາວິທະຍາໄລ ພາສາຕ່າງປະເທດ Hankuk (HUFS) ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ຢູ່ ເຊີອູນ.
ຕາມທ່ານສາດສະດາຈານແລ້ວ, ການກຳນົດທິດຍຸດທະສາດສຳຄັນທີ່ສຸດເຊິ່ງກອງປະຊຸມໃຫຍ່ XIV ຕ້ອງກຳນົດແມ່ນການຫັນປ່ຽນກ່ຽວກັບຄຸນນະພາບຂອງຮູບແບບການເຕີບໂຕ. ຫວຽດນາມ ຕ້ອງຄ່ອຍຫຼຸດພົ້ນອອກຈາກການພັດທະນາສວ່ນຫຼາຍອີງຕາມການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ ແລະ ການສົ່ງອອກ, ມາເປັນຮູບແບບຖືສະມັດຕະພາບ, ເຕັກໂນໂລຢີ ແລະ ຄວາມສາມາດພາຍໃນຂອງວິສາຫະກິດພາຍໃນປະເທດເປັນໃຈກາງ, ຜ່ານນັ້ນ ຍົກຖານະບົດບາດໃນລະບົບມູນຄ່າພາກພື້ນ ແລະ ທົ່ວໂລກ.