ນັກທ່ອງທ່ຽວມາຢ້ຽມຢາມເຫ້ວ,ດ່ານັ້ງ,ກວາງນາມເພີ່ມຂຶ້ນສູງໃນໂອກາດຊຸມວັນບຸນເຕັດ

(VOVWORLD) -ໃນຊຸມມື້ຕົ້ນປີໃໝ່ປີກຸນ 2019, ຢູ່ບັນດາສະຖານທີ່ລະຫຼີ້ນບັນເທິງໃນເຂດມໍລະດົກເຫວ

ນັກທ່ອງທ່ຽວມາຢ້ຽມຢາມເຫ້ວ,ດ່ານັ້ງ,ກວາງນາມເພີ່ມຂຶ້ນສູງໃນໂອກາດຊຸມວັນບຸນເຕັດ - ảnh 1 ສວນສາທາລະນະຢູ່ແມ່ນ້ຳຮ່ານ

(ພາບປະກອບ: baodanang.vn)

ພິເສດແມ່ນພະລາດຊະວັງ ໄດ້ດຶງດູດປະຊາຊົນ, ນັກທ່ອງທ່ຽວມາຢ້ຽມຊົມນັບພັນໆຄົນ. ທ່ານ ດ່ວານມິງຟຸ້ງ, ນັກທ່ອງທ່ຽວມາຈາກຮ່າໂນ້ຍ, ໃຫ້ຮູ້ວ່າ.

        “ປີນີ້, ຄອບຄົວຂ້າພະເຈົ້າໄດ້ເລືອກເຫ້ວ ແມ່ນສະຖານທີ່ເພື່ອໄປທ່ອງທ່ຽວ ແລະ ນີ້ກໍ່ແມ່ນແຫ່ງທີ່ຄອບຄົວຂ້າພະເຈົ້າຢາກມາທ່ອງທ່ຽວແຕ່ດົນແລ້ວ. ພວກຂ້າພະເຈົ້າມາແຫ່ງນີ້ແມ່ນເພື່ອໃຫ້ລູກຫຼານຂອງຕົນມີຄວາມເຂົ້າໃຈກ່ຽວກັບປະຫວັດສາດຂອງລາດຊະວົງ ຫງວຽນ.”

        ສ່ວນຢູ່ແຂວງກວາງນາມ, ມີສະຖານທີ່ທ່ອງທ່ຽວ 2 ແຫ່ງທີ່ມີຊື່ສຽງນັ້ນແມ່ນ ເຂດຕົວເມືອງເກົາໂຫ້ຍອານ ແລະ ເຂດປູຊະນີຍະສະຖານ ມີ້ເຊີນ ກໍໄດ້ດຶງດູດນັກທ່ອງທ່ຽວເປັນຈຳນວນຫຼາຍ ໃນໂອກາດ 3 ວັນບຸນເຕັດ.

        ຕາມການສະຖິຕິຂອງຂະແໜງທ່ອງທ່ຽວນະຄອນ ດ່ານັ້ງ ແລ້ວ, ໃນ 3 ວັນບຸນເຕັດ, ນະຄອນໄດ້ຕ້ອນຮັບນັກທ່ອງທ່ຽວກວ່າ 3 ແສນເທື່ອຄົນ, ເພີ່ມຂຶ້ນ 10% ເມື່ອທຽບໃສ່ບຸນເຕັດປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ