ນັກສຶກສາ ລາວ, ກຳປູເຈຍ ຢູ່ນະຄອນ ໂຮ່ຈີມິນ ຕ້ອນຮັບບຸນປີໃໝ່ປະຈຳຊາດ

ນັກສຶກສາ ລາວ, ກຳປູເຈຍ ຢູ່ນະຄອນ ໂຮ່ຈີມິນ ຕ້ອນຮັບບຸນປີໃໝ່ປະຈຳຊາດ - ảnh 1
ຄະນະ​ຊາວ​ໜຸ່ມ ນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ລາຍການ​ຕ້ອນຮັບ​ບຸນປີ​​ໃໝ່ ພສ 2556 ​ແລະ ບຸນ Chol Chnam Thmay
(ພາບ: baomoi.com)

(vovworld) – ຕອນ​ບ່າຍ​ວັນ​ທີ 15/4, ຄະນະ​ຊາວ​ໜຸ່ມ ນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ລາຍການ​ຕ້ອນຮັບ​ບຸນປີ​​ໃໝ່ ພສ 2556 ​ແລະ ບຸນ Chol Chnam Thmay ​ໃຫ້​ແກ່​ນັກ​ສຶກສາ​ລາວ, ກຳປູ​ເຈຍ 150 ກ່ວາຄົນ​ທີ່​ພວມ​ຮຳ່ຮຽນ​ຢູ່​ນະຄອນ. ທີ່​ງານ​ບຸ​ນ, ນັກ​ສຶກສາ 2 ປະ​ເທດ ລາວ - ກຳປູ​ເຈຍ ພ້ອມ​ກັບ​ຊາວ​​ນະຄອນຫຼາຍ​ຄົນ ​ໄດ້​​ເຂົ້າ​ຮ່ວມ​ພິທີ​ທີ່​ເປັນ​ມູນ​ເຊື້ອ​ຄື: ຫົດສົງ, ອວຍພອນ​ປີ​ໃໝ່, ບາສີສູ່​ຂວັນ, ຫົດ​ນ້ຳ.​​.​. ​​ເພື່ອ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​​ໃໝ່ 2013 ດ້ວຍ​ຄວາມ​​ໂຊກ​ດີ ​ແລະ ມີຄວາມ​ຜາ​ສຸກ. ອ້າ​ຍ ຄຳຮູ່ງ ຈັນທະ​ວົງ, ນັກ​ສຶກສາລາ​ວຜູ້​ໜຶ່ງ ​ໄດ້​ແບ່ງປັນ​ວ່າ:

        “ພວກ​ນ້ອງ​ພາກ​ພູມ​ໃຈ ​​ແລະ ມີຄວາມ​ສຸກ​ຍ້ອນ​ວ່າ​ເຖິງ​ວ່າ​ຢູ່​​​ໄກກັບ​ຄອບຄົວ ​ແຕ່​ພວກ​ນ້ອງ​ຍັງ​ໄດ້​ຫົດ​ນ້ຳ..​.​ ຕາມ​ປະ​ເພນີທີ່​ເປັນ​ມູນ​ເຊື້ອ. ພວກ​ນ້ອງ​ຖື​ນີ້​ຄື​ຊາຍ​ຄາ​ຂອງ​ຕົນ, ພວກ​ນ້ອງ​ຮູ້ສຶກ​ຄື​ພວມ​ຢູ່​​ໃກ້​ກັບ​ຄອບຄົວ. ພວກ​ນ້ອງ​ຂໍຂອບ​ອົກຂອບ​ໃຈ​ການ​ນຳ ຫວຽດນາມ ​ໄດ້​ເອົ​າ​ໃຈ​ໃສ່​ຊ່ວຍ​ເຫຼືອ, ນອກ​ຈາກ​ສິດສອນ​ໃຫ້​ພວກ​ນ້ອງ​ແລ້ວ ຍັງ​ຈັດ​ຕັ້ງ​ບຸນປີ​ໃໝ່ປະ​ເພນີ​ກໍ​ຄື ​ເຫດການ​ທີ່ສຳຄັນ​ຕ່າງໆ​ ໃຫ້​​ແກ່​ພວກ​ນ້ອງອີກ”

        ​ໃນ​ໄລຍະ​ຜ່ານ​ມາ, ຍາມ​ໃດການ​ນຳ​ນະຄອນ ​ໂຮ່ຈີ​ມິນ ກໍ່ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ​້​ແກ່​ນັກ​ສຶກສາ ລາວ, ກຳປູ​ເຈຍ ທີ່​ພວມ​ຮຳ່ຮຽນ​ຢູ່ນະຄອນ, ປະກອບສ່ວນ​ເພີ່​ມພູນຄູນ​ສ້າງຄວາມ​ສາມັກ​ຄີມິດຕະພາບ​ລະຫວ່າງ​ປະຊາຊົນ 3 ປະ​ເທດ ຫວຽດນາມ, ລາວ ​ແລະ ລາຊະ​ອານາ​ຈັກ ກຳປູ​ເຈຍ.

 

ຂ່າວ/ບົດ​ອື່ນ