ນັກສຶກສາ ຫວຽດນາມ ແລະ ສາກົນສະເໜີມາດຕະການພັດທະນາແຫຼ່ງຊັບພະຍາກອນມະນຸດໃນການປະຕິວັດອຸດສາຫະກຳ 4.0

(VOVWORLD) - ບັນດານັກຊ່ຽວຊານໄດ້ນຳສະເໜີບົດປະກອບຄຳເຫັນກ່ຽວກັບພູມປັນຍາໂດຍມະນຸດສ້າງຂຶ້ນ (AI) ແລະ ສັງຄົມທັນສະໄໝ, ເຕັກໂນໂລຊີ AI ສົ່ງຜົນສະທ້ອນຕໍ່ແຮງງານ

ເວທີປາໄສວິທະຍາສາດນັກສຶກສາສາກົນນະຄອນ ໂຮ່ຈີມິນ ປີ 2018 ດ້ວຍຫົວຂໍ້ວ່າ “ແຫຼ່ງຊັບພະຍາກອນມະນຸດໃນການປະຕິວັດອຸດສາຫະກຳ 4.0” ໄດ້ໄຂຂຶ້ນໃນວັນທີ 05 ທັນວາ ຢູ່ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ ຂຶ້ນກັບມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ. ດ້ວຍການເຂົ້າຮ່ວມຂອງຜູ້ແທນ 70 ຄົນທີ່ມາຈາກ 9 ປະເທດ ແລະ ເຂດແຄ້ວນ, ມີນັກສຶກສາ ຫວຽດນາມ ເຂົ້າຮັບຟັງກ່ວາ 1.000 ຄົນ.

        ທີ່ກອງປະຊຸມຄົບຄະນະຂອງເວທີປາໄສ, ບັນດານັກຊ່ຽວຊານໄດ້ນຳສະເໜີບົດປະກອບຄຳເຫັນກ່ຽວກັບພູມປັນຍາໂດຍມະນຸດສ້າງຂຶ້ນ (AI) ແລະ ສັງຄົມທັນສະໄໝ, ເຕັກໂນໂລຊີ AI ສົ່ງຜົນສະທ້ອນຕໍ່ແຮງງານ, ຍຸດທະສາດເຂົ້າກັບທ່າອ່ຽງຂອງການສຶກສາໃນສະພາບການປະຕິວັດອຸດສາຫະກຳ 4.0, ທັກສະຈຳເປັນເພື່ອພັດທະນາອາຊີບ.

        ໃນຂະນະນັ້ນ, ທີ່ບັນດາວາລະປຶກສາຫາລື, ຜູ້ແທນນັກສຶກສາ ຫວຽດນາມ ໄດ້ປະກອບຄຳເຫັນ, ແລກປ່ຽນບັນດາບັນຫາກ່ຽວກັບທ່າອ່ຽງການສຶກສາໃນສະພາບການປະຕິວັດອຸດສາຫະກຳ 4.0, ແຮງງານໃນໄລຍະເຊື່ອມໂຍງ, ບົດບາດຂອງບັນດາອົງການຈັດຕັ້ງໃນການໜູນຊ່ວຍນັກສຶກສາຍົກສູງທັກສະອາຊີບ…

ຕອບກັບ

ຂ່າວ/ບົດ​ອື່ນ