ນັກຮຽນຮູ້ລັດເຊຍ: ບໍ່ມີຫຍັງສາມາດປ່ຽນແປງການຮ່ວມມືຫວຽດນາມ-ລັດເຊຍທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ

(VOVWORLD) -2 ປະເທດໄດ້ເລີ່ມຮ່ວມມືເມື່ອປີ 1981. ນັບແຕ່ປີ 2000, ບໍລິສັດ Gazprom ຂອງລັດເຊຍ, ເຊິ່ງແມ່ນບໍລິສັດແຖວໜ້າຂອງໂລກກ່ຽວກັບການຂຸດຄົ້ນນ້ຳມັນອາຍແກັດທຳມະຊາດ, ໄດ້ມີໜ້າຢູ່ຫວຽດນາມ.
ນັກຮຽນຮູ້ລັດເຊຍ: ບໍ່ມີຫຍັງສາມາດປ່ຽນແປງການຮ່ວມມືຫວຽດນາມ-ລັດເຊຍທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ - ảnh 1 (ນັກຮຽນຮູ້ Elena Niculina (ເບື້ອງຂວາ) ແລະ Igor Britov (ເບື້ອງຊ້າຍ)  

ວັນທີ 17 ສິງຫາ, ໜັງສືພິມ “ລະດູບານໃໝ່ລັດເຊຍ” ໄດ້ລົງບົດຂຽນຂອງນັກຮຽນຮູ້ Elena Niculina, ສະຖາບັນຕາເວັນອອກໄກ, ສະພາມະຫາບັນດິດວິທະຍາສາດລັດເຊຍ, ດ້ວຍຫົວຂໍ້ “Rosneft ແລະ Gazprom ພວມຕັ້ງໜ້າຄົ້ນຫາຫວຽດນາມ”, ໄດ້ໄຈ້ແຍກຕີລາຄາກ່ຽວກັບປະສິດທິຜົນຂອງການຮ່ວມມືລະຫວ່າງລັດເຊຍ - ຫວຽດນາມ ໃນຂົງເຂດສຳຫຼວດ, ຂຸດຄົ້ນນ້ຳມັນຢູ່ເຂດໄຫຼ່ທະວີບຂອງຫວຽດນາມ ແລະ ໃນຜືນແຜ່ນດິນລັດເຊຍ.

ບົດຂຽນໄດ້ທົບທວນຄືນບັນດາຂີດໝາຍສຳຄັນຂອງການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ສະຫະພັນລັດເຊຍ ໃນຂົງເຂດນ້ຳມັນ, ຕາມນັ້ນແລ້ວ, 2 ປະເທດໄດ້ເລີ່ມຮ່ວມມືເມື່ອປີ 1981. ນັບແຕ່ປີ 2000, ບໍລິສັດ Gazprom ຂອງລັດເຊຍ, ເຊິ່ງແມ່ນບໍລິສັດແຖວໜ້າຂອງໂລກກ່ຽວກັບການຂຸດຄົ້ນນ້ຳມັນອາຍແກັດທຳມະຊາດ, ໄດ້ມີໜ້າຢູ່ຫວຽດນາມ. ມີບາດກ້າວໃໝ່ໃນການພັດທະນາການຮ່ວມມືລະຫວ່າງລັດເຊຍ ແລະ ຫວຽດນາມ ໃນການຜະລິດນ້ຳມັນອາຍແກັດ ແມ່ນການສ້າງຕັ້ງບັນດາບໍລິສັດຮ່ວມທຸລະກິດເຮັດວຽກຢູ່ລັດເຊຍ. ຮອດເດືອນ ກັນຍາ 2007, ຂໍ້ຕົກລົງສ້າງຕັ້ງບໍລິສັດຮ່ວມທຸລະກິດ Rusvietpetro ໄດ້ຮັບການລົງນາມ.

ບົດຂຽນຖືວ່າ, ເຖິງວ່າການສຳຫຼວດ ແລະ ຜະລິດນ້ຳມັນອາຍແກັດຂອງບັນດາວິສາຫະກິດລັດເຊຍ ຢູ່ບາງເຂດຂຶ້ນກັບໄຫຼ່ທະວີບຂອງຫວຽດນາມ ຢູ່ທະເລຕາເວັນອອກ ໄດ້ເຮັດໃຫ້ຈີນ “ບໍ່ເພິ່ງພໍໃຈ”, ເຊິ່ງແມ່ນປະເທດໄດ້ຍົກອອກຄຳຮຽກສິດຢູ່ບັນດາເຂດນີ້ ກໍ່ຕາມ, ແຕ່ ຫວຽດນາມ ກໍ່ເນັ້ນໜັກວ່າ ຈະຢຶດໝັ້ນປົກປັກຮັກສາສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ, ພ້ອມທັງຢືນຢັນວ່າ, ບໍ່ມີຫຍັງສາມາດປ່ຽນແປງການພົວພັນຮ່ວມມືອັນຍາວນານ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງລັດເຊຍ - ຫວຽດນາມ ໃນຂົງເຂດນີ້ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ