ນັບມື້ນັບມີວິສາຫະກິດໄທຫລາຍແຫ່ງຊອກຫາກາລະໂອກາດດຳເນີນທຸລະກິດຢູ່ຫວຽດນາມ

ນັບມື້ນັບມີວິສາຫະກິດໄທຫລາຍແຫ່ງຊອກຫາກາລະໂອກາດດຳເນີນທຸລະກິດຢູ່ຫວຽດນາມ - ảnh 1
ວິ​ສາ​ຫະ​ກິດ​ໄທ ມາ​ຊອກ​ຫາ​ກາ​ລະ​ໂອ​ກາດ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ​ນັບ​ມື້​ນັບ​ຫລາຍ
ພາບ:internet


(vovworld) - ​ໃນ​ຈຳນວນ​ກ່ວາ 100 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນທີ່​ລົງທຶນ​ເຂົ້າຫວຽດນາມ, ​ໄທ​ ຢືນ​ອັນດັບ​ທີ 10 ດ້ວຍ 270 ​ໂຄງການ ຍອດ​ເງິນ​ລົງທຶນ​ແມ່ນ 6,6 ຕື້​ໂດ​ລາ​ສະຫະລັດ. ​ໃນປີ 2014, ວົງ​ເງິນ​ການ​ຄ້າສອງ​ສົ້ນ​ບັນລຸ​ໄດ້ 10 ຕື້​ໂດ​ລາ​ສະຫະລັດ, ​ໃນ​ນັ້ນ ຫວຽດນາມ ນຳ​ເຂົ້າ​​ເກີນ​ດຸນຈາກ ​ໄທ, ສ່ວນ​ຫລາຍ​ແມ່ນ​ວັດຖຸ​ດິບ, ​ເຄື່ອງອາ​ໄຫລ່ຮັບ​ໃຊ້​ການ​ຜະລິດ​ສົ່ງ​ອອກ. ວິ​ສາ​ຫະກິດ ຫວຽດນາມ ສົ່ງ​ອອກ​ສິນຄ້າ​​ໄປ​ຍັງ ​ໄທ ​ແມ່ນ​ເຄື່ອງ​ຈັກ, ​ເຫຼັກ​ກ້າ,​ໂທລະສັບ…ສຳລັບ​ບັນດາ​ວິ​ສາ​ຫະກິດ ​ໄທ, ຫວຽດນາມ ພວມ​ແມ່ນ​ຕະຫຼາດ​ໃຫຍ່​ມີ​ພົນລະ​ເມືອງ 90 ລ້ານ​ຄົນ, ສະຖຽນ​ລະ​ພາບດ້ານ​ການ​ເມືອງ, ​ເສດຖະກິດ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ລາຍ​ຈ່າຍ​ໃຫ້​ແຮງ​ງານ​ພຽງ​ແຕ່​ເທົ່າ​ກັບ​ເຄິ່ງໜຶ່ງ​ຂອງ ​ໄທ ​ເທົ່າ​ນັ້ນ. 2 ປີ​​ມໍ່ໆ​ມາ​ນີ້, ວິ​ສາ​ຫະກິດ ​ໄທ ຫລາຍ​ແຫ່ງ​​ມາຊອກ​ຫາ​ກາລະ​ໂອກາດ​ແລກປ່ຽນ​ຄ້າ​ຂາຍຢູ່ ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ​ການ​ຄ້າ ຫວຽດນາມ - ​ໄທ ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 8/7 ຢູ່​ນະຄອນ​ໂຮ່ຈີ​ມິນ, ທ່ານ ຫງວຽນ​ເທ໋ຮື​ງ, ຮອງປະທານ​ຫ້ອງການ ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ (VCCI) ​ໃຫ້​ຮູ້​ວ່າ:

        “ວິ​ສາ​ຫະກິດ ​ໄທ ມີ​ຄວາມ​ສາມາດ​ລົງທຶນ, ​ເປີດ​ກ້ວາງການ​ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ ຫລາຍ​ກ່ວາ ວິ​ສາ​ຫະກິດ ຫວຽດນາມ ລົງທຶນ​ຢູ່​ ​ໄທ. ​ເພາະວ່າ: ວິ​ສາ​ຫະກິດ ​ໄທ ມີ​ພື້ນຖານການ​ພັດທະນາ​ກ່ວາ ​ແລະ ​ໄດ້​ຮັບ​ການສະໜັບສະໜູນ​ອັນ​ໃຫຍ່ຫລວງຈາກ​ລັດຖະບານ​ໃນ​ການ​ສົ່ງ​ເສີມ. ໃນ​ວິວັດ​ການ​ເຊື່ອ​ມ​ໂຍງ​​ດັ່ງກ່າວ ວິ​ສາ​ຫະກິດ ຫວຽດນາມ ຈະ​ຖອດ​ຖອນ​ບົດຮຽນ​ໄດ້​ຫລາຍ​ຢ່າງ​ຈາກ​ວິ​ສາ​ຫະກິດ ​ໄທ”.

ຂ່າວ/ບົດ​ອື່ນ