ນີວຊີແລນຢາກຍູ້ແຮງການຮ່ວມມືກັບຫວຽດນາມໃນຫຼາຍຂົງເຂດ

ນີວຊີແລນຢາກຍູ້ແຮງການຮ່ວມມືກັບຫວຽດນາມໃນຫຼາຍຂົງເຂດ - ảnh 1
ທ່ານ ດິງລາ​ທັງ ຕ້ອນຮັບ​ທ່ານ Steven Joyce
(ພາບ: ຈູງຮ໋ຽວ)

(vovworld) - ວັນ​ທີ 6/6, ທີ່​ການ​ຕ້ອນຮັບ​ທ່ານ Steven Joyce ລັດຖະມົນຕີ​ກະຊວງ​ສຶກສາ​ມະຫາວິທະຍາ​ໄລ, ທັກ​ສະ ​ແລະ ວຽກ​ເຮັດ​ງານ​ທຳ, ພັດທະນາ​ເສດຖະກິດ, ວັດທະນະທຳ ​ແລະ ປະດິດ​ສ້າງ ນິວຊີ​ແລນ, ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ​ນັ້ນ, ທ່ານ ດິງລາ​ທັງ, ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ຖື​ວ່າ​, ໃນ​ສະພາບ​ການ​ທີ່​ສອງ​ປະ​ເທດ​ລ້ວນ​ແຕ່​ເຂົ້າ​ຮ່ວມ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຂ້າມ ປາຊີ​ຟິກ (TPP) ນັ້ນ, ​ເລື່ອງຊຸກຍູ້​ການຮ່ວມ​ມື​ລະຫວ່າ​ງສອງ​ຝ່າຍ​ບໍ່​ພຽງ​ແຕ່​ສ້າງ​ເງື່ອນ​ໄຂ​ພົວພັນ​ແລກປ່ຽນ, ຮ່ວມ​ມື​ດ້ານ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ​ເທົ່າ​ນັ້ນ, ຫາກ​ຍັງ​ຮັດແໜ້ນ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ກວ່າ​ອີກ. ນະຄອນ ​ໂຮ່ຈີ​ມິນ​ພ້ອມ​ແລ້ວ​ທີ່​ຈະ​ຍູ້​ແຮງ​ການ​ຮ່ວມ​ມື, ລົງທຶນ​ຍາວ​ນານ​ລະຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ ​ແລະ ສອງ​ນະຄອນ​ເວົ້າ​ສະ​ເພາະ.

ສ່ວນ ທ່ານ Steven Joyce ກໍ່​ຖື​ວ່າ, ​ໄລຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ຄວນ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ແຮງ​ຄື​: ການ​ສຶກສາ, ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ, ວິທະຍາສາດ​ເຕັກ​ໂນ​ໂລ​ຢີ, ການ​ຄ້າ, ການທ່ອງທ່ຽວ​, ກະສິກຳ, ຄວາມ​ປອດ​ໄພ​ ​ແລະ ສຸ​ຂະ​ອະນາ​ໄມຂອງ​ອາຫານ… ຕາມ​ນັ້ນ​ແລ້ວ, ນິວຊີ​ແລນ ຈະ​ຍູ້​ແຮງ​ການ​​ເຊື່ອມ​ຕໍ່​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ, ​ເຊິ່ງ​ແມ່ນ​ທ່າ​ແຮງ​ຂອງ ນິວຊີ​ແລນ. ​ໄລຍະ​ຈະ​ມາ​ເຖິງ, ຝ່າຍ​ ນິວຊີ​ແລນ​ຈະ​ສ້າງ​ຫຼາຍ​ກາລະ​ໂອກາດ​ກວ່າ​ອີກ ​ເພື່ອ​ໃຫ້​ພະນັກງານ ​ແລະ ນັກ​ສຶກສາ​ນະຄອນ ​ໂຮ່ຈີ​ມິນ​ເຂົ້າ​ຮ່ວມ​ຊຸດ​ກໍ່ສ້າງ​ຢູ່​ນິວຊີ​ແລນ.

ຂ່າວ/ບົດ​ອື່ນ