ນະຄອນ ໂຮ່ຈີມິນ ຜັນຂະຫຍາຍວັນບຸນໃຫຍ່ວິສາຂະບູຊາ ພສ 2556

ນະຄອນ ໂຮ່ຈີມິນ ຜັນຂະຫຍາຍວັນບຸນໃຫຍ່ວິສາຂະບູຊາ ພສ 2556 - ảnh 1
ພາບປະກອບຈາກອີນເຕີເນັດ

(vovworld) - ວັນ​ທີ 12/4, ຢູ່​ນະຄອນ ​ໂຮ​່ຈີ​ມິນ, ຄະນະ​ບໍລິຫານ​ງານ​ສະມາຄົມ​ພຸດທະ​ສາສະໜາ​ນະຄອນ ​ໄດ້ຜັນ​ຂະຫຍາຍ​ແຜນການ​ຈັດ​ຕັ້ງ​ວັນ​ບຸນ​ໃຫຍ່​ວິສາຂະບູຊາ ​ແລະ ສັບປະດາ ​ວິສາຂະບູຊາ ພສ 2556 ຂອງ​ສະມາຄົມ​ພຸດທະ​ສາສະໜາ​ນະຄອນ. ຕາມ​ນັ້ນ​ແລ້ວ, ວັນ​ບຸນ​ໃຫຍ່​ວິສາຂະບູຊາ ພສ 2556 ຢູ່​ນະຄອນ ​ໂຮ່ຈີ​ມິນ ​ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ດ້ວຍ​ຂອບ​ຂະໜາດ​ໃຫຍ່, ສົ​ມກຽດ, ​ແມ່ນ​ວັນ​ບຸນ​ວັດທະນະທຳ​ເຫຼື້ອມ​ໃສ​ຂອງ​ພະສົງ​ສາມະ​ເນັນພຸດທະສາສະນິກກະ​ຊົນ. ກ່ອນ​ໜ້າ​ນັ້ນ, ​ໃນ​ລາຍການ​ສັບປະດາວິສາຂະບູຊາ ​ແຕ່​ວັນ​ທີ 28/4 ຫາ 5/5, ຄະນະ​ຜູ້​ຕາງໜ້າ​ພຸດທະ​ສາສະໜາຢູ່ 24 ​ເມືອງ ​ໄດ້ໃຫ້ຕິດ​ປ້າຍ​​ໂຄສະນາ, ທຸງ, ​ໂຄມ​ໄຟ, ດອກ​ໄມ້ ​ແລະ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ສະ​ແດງສິລະ​ປະ, ການວາງສະ​ແດງຕ່່າງໆ.​.​. ທ່ານ Le Hong Phuc, ຮອງ​ຫົວໜ້າ​ພະ​ແນ​ກພາຍ​ໃນ, ຮອງ​ຫົວໜ້າຄະນະ​ສາສະໜາ​ນະຄອນ​ໂຮ່ຈີ​ມິ​ນ ​ໃຫ້​ຮູ້​ວ່າ:

“ຄະນະ​ສາສະໜາ​ນະຄອນໄດ້​ຊົມ​ເຊີຍ ​ແລະ ສະໜັບສະໜູນ​ແຜນ​ນະ​ໂຍບາຍ​ຈັດ​ຕັ້ງວັນ​ບຸນ​ໃຫຍ່​ວິສາຂະບູຊາປີ​ນີ້. ​ໃນ​ການຈັດ​ຕັ້ງວັນບຸນ​ໃຫຍ່​ວິສາຂະບູຊາປີ​ນີ້ ຖ້າ​ຫາກ​ມີ​ຄວາມ​ຫຍຸ້ງຍາກ​ໃດໆ ຄະນະ​ປະຈຳ​ສະມາຄົມພຸດ​ທະ​ສາສະໜາ​ນະຄອນ​ຈະ​ຍືນ​ສະ​ເໜີ​ຕໍ​ການ​ນຳ​ພິຈາລະນາ ​ແລະ ​ໃຫ້ການ​ຊ່ວຍ​ເຫຼືອ​ນຳ​ດ້ວຍ ”

ຂ່າວ/ບົດ​ອື່ນ